ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື, ບຳ​ລຸງ​ສ້າງ​ພະ​ນັກ​ງານ​ຂັ້ນ​ສູງ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ ແລະ ອິ​ນ​ເດຍ

ທີ່​ການ​ເຮັດ​ວຽກ​ກັບ​ທ່ານ​ Gillian Bird ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ, ທ່ານ​ດ​ວ່ານ​ມິງ​ຮ​ວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ສະ​ເໜີ ​ສືບ​ຕໍ່​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສູນ ຫວຽດ - ອົດ​ສະ​ຕາ​ລີ (VAC) ຢູ່​ສະ​ຖາ​ບັນ ແລະ ປາດ​ຖະ​ໜາ​ຢາກ​ໃຫ້ ອົດ​ສະ​ຕາລີ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ
  ທ່ານດ​ວ່ານ​ມິງ​ຮ​ວານ​ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈີ​ມິນ ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ Gillian Birdສະ​ຖານ​ທູດ​ອົດ​ສະ​ຕາ​ລີ​ປະ​ຈຳ ຫວຽດ​ນາມ (ພາບ: VOV)  

ຕອນ​ບ່າຍ ວັນ​ທີ 1 ເມ​ສາ, ຢູ່​ສະ​ຖາ​ບັນ​​ການ​ເມືອງ ແຫ່ງ​ຊາດ ໂຮ່​ຈີ​ມິນ, ທ່​ານ ດ​ວ່ານ​ມິງ​ຮວນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ໄດ້​ໃຫ້​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ເອກ​ອັກະ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ເພື່ອ​ແນ​ໃສ່​ກຳ​ນົດ​ທິດ ແລະ ຊຸກ​ຍູ້​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ, ບຳ​ລຸງ​ສ້າງ​ພະ​ນັກງານ​ຂັ້ນ​ສູງ.

ທີ່​ການ​ເຮັດ​ວຽກ​ກັບ​ທ່ານນາງ​ Gillian Bird ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ, ທ່ານ​ດ​ວ່ານ​ມິງ​ຮ​ວນ ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ສະ​ເໜີ ​ສືບ​ຕໍ່​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສູນ ຫວຽດ - ອົດ​ສະ​ຕາ​ລີ (VAC) ຢູ່​ສະ​ຖາ​ບັນ ແລະ ປາດ​ຖະ​ໜາ​ຢາກ​ໃຫ້ ອົດ​ສະ​ຕາລີ ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ສີ​ຂຽວ ຕິດ​ພັນ​ກັບ​ການ​ເຕີບ​ໂຕ​ສີ​ຂຽວ, ການ​ຄຸ້ມ​ຄອງ​ການ​ພັດ​ທະ​ນາ​ຕົວ​ເມືອງ, ເສດ​ຖະ​ກິດ​ປະ​ດິດ​ຄິດ​ສ້າງ, ອະ​ນຸ​ລັກ​ຮັກ​ສາມໍ​ລະ​ດົກ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ​ໃນ​ຍຸກ​ດີ​ຈີ​ຕອນ, ພ້ອມ​ທັງ​ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້ກ​ນາ​ທູດ​ສະ​ເພາະ​ລະ​ຫວ່າງ​ບັນ​ດາ​ນັກ​ຮຽ​ນ​ຮູ້, ສະ​ຖາ​ບັນຄົ້​ນ​ຄ້​ວາ​ສອງ​ຝ່າຍ.

ທີ່​ການ​ເຮັດ​ວຽກ​ກັບ​ທ່ານ​ Tshering W.Sherpa ເອກ​ອັກະ​ຄັດ​ລັດ​ຖະ​ທູດ ອິນ​ເດຍ, ທ່ານ ດ​ວ່ານ​ມິງ​ຮ​ວນ ຜູ້​ອຳ​ນວຍ​ການ​ສະ​ຖານ​ບັນ​ໄດ້​ສະ​ເໜີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ສູນ​ຄົ້ນ​ຄ້​ວາ​ອິນ​ເດຍ​ຢູ່​ສະ​ຖາ​ບັນ​ຢ່າງ​ສຸດ​ຂີດ​ເພື່ອ​ຈັດ​​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ ແລະ ເຊື່ອມ​ຕໍ່​ການ​ລົງ​ທຶນ, ສະ​ເໜີ​ເປີດກວ້າງ​ບັນ​ດາ​ຫຼັກ​ສຸດ​ການ​ສຶກ​ສາ​ບຳ​ລຸງ ໃຫ້​ແກ່​ພະ​ນັກ​ງານ​ການ​ນຳ ຫວຽດ​ນາມ ຢູ່​ອິນ​ເດຍ ກ່ຽວ​ກັບ​ບັນ​ດາ​ຫົວ​ຂໍ້​ທີ່​ເປັນ​ທ່າ​ແຮງ​ຂອງ​ອິນ​ເດຍ.


top