
ການນຳສອງທ່ານໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືສອງຝ່າຍຕາມທິດນັບມື້ນັບຮອບດ້ານ, ແທດຈິງ, ສົມກັບການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ, ຕັດສິນໃຈປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳສອງພັກ, ສອງລັດ ແລະ ບັນດາຂໍ້ຕົກລົງການຮ່ວມມືທີ່ຫາກໍ່ໄດ້ຮັບການລົງນາມໃນການຢ້ຽມຢາມຄັ້ງນີ້ ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຕາມນັ້ນແລ້ວ, ສອງຝ່າຍຈະສຸມໃສ່ຜັນຂະຫຍາຍໝາກຜົນຂອງກອງປະຊຸມຄັ້ງທີ່ 43 ຂອງຄະນະກຳມະການລະຫວ່າງລັດຖະບານ (ເດືອນທັນວາ 2020) ໃຫ້ເປັນຢ່າງດີ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ເສີມຂະຫຍາຍການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນລົງນາມສົນທິສັນຍາມິດຕະພາບ ແລະ ຮ່ວມມື ລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2022 ຢ່າງແທດຈິງ ແລະ ມີປະສິດທິຜົນ.
ການນຳສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນອາຊຽນ ແລະ ບັນດາກົນໄກຢູ່ອະນຸພາກພື້ນແມ່ນ້ຳຂອງ, ການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີອຳລາ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຢ່າງຈົບງາມ.
(ແຫຼ່ງຄັດຈາກ VOV)