• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ

ວັນທີ 8 ເມສາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນນະຄອນໂຮ່ຈີມິນ ໂດຍທ່ານ ຟ້ານວັນມ໊າຍ, ປະທານຄະນະກຳມະການປະຊາຊົນນະຄອນນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ພົບປະສົນທະນາກັບທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.
ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານຟານວັນມ໊າຍ ເນັ້ນໜັກວ່າ ໃນໄລຍະຈະມາເຖິງ, ນະຄອນໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາທ້ອງຖິ່ນຂອງ ລາວໃນການພັດທະນາ, ທ່ານຫວັງວ່າສອງຝ່າຍຈະສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນເປັນປະຈຳ, ເພີ່ມທະວີບັນດາໂຄງການຮ່ວມມືດ້ານເສດຖະກິດ - ການຄ້າ - ການທ່ອງທ່ຽວ, ພ້ອມກັນຄົ້ນຄ້ວາ, ຊອກຫາມາດຕະການລະອຽດ ເພື່ອແກ້ໄຂຂໍ້ຕິດຂັດ, ຍູ້ແຮງການຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືສຳຄັນເພື່ອແນໃສ່ສ້າງກຳລັງໜູນໃໝ່ຊ່ວຍໃຫ້ການພົວພັນລະຫວ່າງນະຄອນໂຮ່ຈີມິນ ແລະ ລາວນັບມື້ນັບພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ.

ທີ່ການພົບປະສົນທະນາ ລະຫວ່າງ ຄະນະຜູ້ແທນຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ຄະນະຜູ້ແທນນະຄອນຫຼວງ ວຽງຈັນ, ສອງຝ່າຍໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຍູ້ແຮງການຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມື, ເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາໂຄງການເຄື່ອນໄຫວ, ເພີ່ມທະວີການພົວພັນທາງການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາໂຄງການລົງທຶນ, ດຳເນີນທຸລະກິດ ຂອງແຕ່ລະຝ່າຍ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

ກອງປະຊຸມລັດຖະມົນຕີການຄ້າ APEC ບໍ່ອອກຖະແຫຼງການຮ່ວມ

ຖະແຫຼງການຢັ້ງຢືນຄືນໃໝ່ຄວາມຕັດສິນໃຈນຳມາເຊິ່ງສະພາບແວດລ້ອມແຫ່ງການລົງທຶນ ແລະ ການຄ້າເສລີ, ເປີດເຜີຍ, ຍຸຕິທຳ

Top