• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

ວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ໄດ້ມີການຕ້ອນຮັບຄະນະຜູ້ແທນສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ການຕ້ອນຮັບຄະນະຜູ້ແທນສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ, ດ້ວຍບົດບາດເປັນອົງການທີ່ມີອິດທິພົນຊື່ສຽງ   ແລະ ມີຜົນສະທ້ອນຂອງ ອາເມລິກາ, ເຕົ້າໂຮມບັນດາບໍລິສັດແຖວໜ້າໂລກ ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ສວມບົດບາດເປັນຂົວຕໍ່ສຳຄັນເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ພິເສດແມ່ນການລົງທຶນຂອງບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານແຖວໜ້າຂອງ ອາເມລິກາ ປະຈຳ ຫວຽດນາມ.

        ສ່ວນທ່ານ Jason Oxman, ປະທານສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ, ໃຫ້ຮູ້ວ່າ ປັດຈຸບັນ ສະພາມີວິສາຫະກິດສະມາຊິກກວ່າ 80 ແຫ່ງ ເຊິ່ງລ້ວນແຕ່ແມ່ນບັນດາວິສາຫະກິດແຖວໜ້າຂອງ ອາເມລິກາ ກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຢີສູງ. ເນື່ອງໃນໂອກາດນີ້, ສະພາປາດຖະໜາຢາກຊອກຮູ້ລົງເລິກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ສົມກັບທ່າອ່ຽງພັດທະນາຂອງການພົວພັນລະຫວ່າງສອງປະເທດ, ສະພາຫວັງວ່າ ລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງຕຳຫຼວດ ເວົ້າສະເພາະ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ລົງທຶນຢ່າງມີສະຖຽນລະພາບ, ຍາວນານຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ສະພາກໍມີຄວາມປາດຖະໜາຢາກສືບຕໍ່ເຮັດວຽກກັບບັນດາຫົວກົມກອງທີ່ກ່ຽວຂ້ອງຂອງກະຊວງຕຳຫຼວດຢ່າງແໜ້ນແຟ້ນກວ່າ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ, ຮ່ວມມືຍົກສູງກຳລັງຄວາມສາມາດ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ ແລະ ບັນດາຂົງເຂດທີ່ສອງຝ່າຍມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top