• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ - ກຳ​ປູ​ເຈຍ

ໃນການພົບປະສອງຝ່າຍ, ສອງຝ່າຍ ໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາສູງບົດບາດສຳຄັນຂອງ ອາຊຽນ ໃນການກຳນົດທິດ ແລະ ຮັກສາໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງບັນດາປະເທດສະມາຊິກ, ກໍຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.
ພິທີຕ້ອນຮັບ (ພາບ: ຄະນະຈັດຕັ້ງ)

ຕອນບ່າຍວັນທີ 3 ມິຖຸນາ, ຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ Vong Pisen, ຜູ້ບັນຊາການໃຫຍ່ກອງທັບລາຊະອານາຈັກ ກຳປູເຈຍ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມກັບຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ທີ່ມາຢ້ຽມຢາມ ກຳປູເຈຍ ຢ່າງເປັນການທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສອງຝ່າຍ.

ໃນການພົບປະສອງຝ່າຍ, ສອງຝ່າຍ ໄດ້ແບ່ງປັນທັດສະນະກ່ຽວກັບສະພາບການໂລກ, ພາກພື້ນ ແລະ ບັນດາບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຕີລາຄາສູງບົດບາດສຳຄັນຂອງ ອາຊຽນ ໃນການກຳນົດທິດ ແລະ ຮັກສາໂຄງສ້າງຄວາມໝັ້ນຄົງຂອງພາກພື້ນ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງບັນດາປະເທດສະມາຊິກ, ກໍຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

ໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີສືບຕໍ່ສົມທົບກັນເປັນເສນາທິການ ແລະ ຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ກະຊວງປ້ອງກັນປະເທດສອງປະເທດກ່ຽວກັບການຮ່ວມມືດ້ານການທະຫານ, ການປ້ອງກັນຊາດ ຢ່າງມີປະສິດທິຜົນ. ຈຸດສຸມແມ່ນໂຄສະນາ, ສຶກສາກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ກຳປູເຈຍ, ເພີ່ມທະວີບັນດາການເຄື່ອນໄຫວພົວພັນແລກປ່ຽນການນຳໜຸ່ມ, ນາຍທະຫານໜຸ່ມ. ພ້ອມດຽວກັນນັ້ນ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາບັນຫາສາກົນ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top