• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ອະນາຄົດລວມບົນທະເລຕາເວັນອອກ

      ເຂົ້າຮ່ວມກອງປະຊຸມ, ມີຜູ້ແທນປະມານ 200 ຄົນທີ່ມາຈາກບັນດາປະເທດຂຶ້ນກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາປະເທດນອກພາກພື້ນໃນນັ້ນມີ ອາເມລິກາ, ຈີນ, ຍີ່ປຸ່ນ, ອັງກິດ, ອິນເດຍ… 
      ກອງປະຊຸມຄັ້ງທີ 6 ກ່ຽວກັບທະເລຕາເວັນອອກ, ໂດຍສະຖາບັນຄົ້ນຄ້ວາການເດີນເຮືອ ມາເລເຊຍ (MIMA) ເປັນເຈົ້າພາບຈັດຕັ້ງ, ໄຂຂຶ້ນໃນຕອນເຊົ້າວັນທີ 2 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳປົວ, ປະເທດ ມາເລເຊຍ ດ້ວຍຫົວຂໍ້ “ຊຸກຍູ້ອະນາຄົດລວມບົນທະເລຕາເວັນອອກ”. ເຂົ້າຮ່ວມກອງປະຊຸມ, ມີຜູ້ແທນປະມານ 200 ຄົນທີ່ມາຈາກບັນດາປະເທດຂຶ້ນກັບສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ບັນດາປະເທດນອກພາກພື້ນໃນນັ້ນມີ ອາເມລິກາ, ຈີນ, ຍີ່ປຸ່ນ, ອັງກິດ, ອິນເດຍ… ກໍ່ຄືບາງອົງການສາກົນ. ຜູ້ຕາງໜ້າ ຫວຽດນາມ ແມ່ນ ປອ ຮ່ວາງທິຕວນແອງ ມາຈາກສະຖາບັນການຕ່າງປະເທດ. ປອ ຮ່ວາງທິຕວນແອງ ມີບັນດາບົດຄຳເຫັນກ່ຽວກັບຫົວຂໍ້ຕົ້ນຕໍຄື: ບັນດາການປ່ຽນແປງກ່ຽວກັບຖານະການເມືອງ ແລະ ບັນດາປະເທດມະຫາອຳນາດຢູ່ທະເລຕາເວັນອອກ, ອາຊຽນ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງໃນພາກພື້ນ, ຊຸກຍູ້ຄວາມວັດທະນາຖາວອນໃນພາກພື້ນ…
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top