• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ດ້ານການຄ້າ, ການຮ່ວມມື ແລະ ລົງທຶນລະຫວ່າງ ຫວຽດນາມ - ລາວ ກວ່າອີກ

ໝາກຜົນໜ້າຊື່ນຊົມຈາກວົງເງິນການຄ້າລະຫວ່າງ ລາວ - ຫວຽດນາມ ໃນໄລຍະຜ່ານມາ ແມ່ນເງື່ອນໄຂທີ່ດີຊ່ວຍຟື້ນຟູພື້ນຖານເສດຖະກິດຂອງ ລາວ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ
  (ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ)  

 ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 11 ເມສາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ພ້ອມກັບການນຳຂັ້ນສູງກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ເນັ້ນໜັກວ່າ ໝາກຜົນໜ້າຊື່ນຊົມຈາກວົງເງິນການຄ້າລະຫວ່າງ ລາວ - ຫວຽດນາມ ໃນໄລຍະຜ່ານມາ ແມ່ນເງື່ອນໄຂທີ່ດີຊ່ວຍຟື້ນຟູພື້ນຖານເສດຖະກິດຂອງ ລາວ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ; ການພັດທະນາດ້ານການຄ້າ, ການຮ່ວມມື ແລະ ລົງທຶນລະຫວ່າງ 2 ປະເທດຕ້ອງໄດ້ສຸມໃສ່ ແລະ ພັດທະນາຢ່າງແຮງກວ່າອີກ ເພື່ອສອດຄ່ອງກັບການພົວພັນດ້ານການເມືອງພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ.

ສ່ວນທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫງວຽນຮົ່ງຢຽນ ຢືນຢັນວ່າ, ທາງກະຊວງຈະມານະພະຍາຍາມສົມທົບກົບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກວ່າອີກ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນ, ນຳໃຊ້ທ່າແຮງຄວາມສາມາດບົ່ມຊ້ອນຂອງ ລາວ ແລະ  ຫວຽດນາມ ໃຫ້ເປັນຢ່າງດີທີ່ສຸດ, ສ້າງກົນໄກຮ່ວມມືທີ່ສະດວກ, ນຳມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງທາງດ້ານເສດຖະກິດ, ກໍ່ຄືສັງຄົມໃຫ້ແກ່ປະຊາຊົນ 2 ປະເທດ.

ກ່ອນໜ້ານັ້ນ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງພະລັງງານບໍ່ແຮ່ ລາວ ດາວວົງ ພອນແກ້ວ ແລະ ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ລາວ ຄຳແພງ ໄຊສົມແພງ, ໄດ້ເປັນປະທານເວທີປາໄສວິສາຫະກິດ ລາວ - ຫວຽດນາມ ໃນຂົງເຂດພະລັງງານ ແລະ ບໍ່ແຮ່.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top