• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມື ແມ່ຂອງ- ສເກົາຫລີ - ຍີ່ປຸ່ນ

ຕອນເຊົ້າວັນທີ 3 ສິງຫາ ຢູ່ ບາງກອກ ປະເທດໄທ ໄດ້ດຳເນີນກອງປະຊຸມ ລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ຂອງ - ສເກົາຫລີ ຄັ້ງທີ 9 ແລະ ກອງປະຊຸມລັດຖະມົນຕີ ຮ່ວມມື ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 12. 


ບັນດາລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ

ພາບ:vietnam+


ນີ້ ແມ່ນສອງກອງປະຊຸມສຸດທ້າຍ ອັດສັບປະດາ ກອງປະຊຸມລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມກ່ຽວຂ້ອງ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີງມີງ ນຳຫນ້າ ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ.

 ທີ່ກອງປະຊຸມ ລັດຖະມົນຕີການຕ່າງປະເທດ ຮ່ວມມື ແມ່ຂອງ - ສເກົາຫລີ ຄັ້ງທີ 9, ບັນດາທ່ານລັດຖະມົນຕີ ໄດ້ເຫັນດີ ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືບຸລິມະສິດໃນແຜນການດຳເນີນງານ, ສຸມໃສ່ປະຕິບັດບັນດາໂຄງການ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາແບບຍືນຍົງ, ໃນນັ້ນ ມີການຄຸ້ມຄອງ ແລະ ນຳໃຊ້ແຫລ່ງນ້ຳແບບຍືນຍົງ ແລະ ສົມທົບຢ່າງແຫນ້ນແຟ້ນກັບ ຄະນະກຳມາທິການແມ່ຂອງ.

ທີ່ກອງປະຊຸມ ລັດຖະມົນຕີ ຮ່ວມມື ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 12,  ບັນດາທ່ານລັດຖະມົນຕີ ເນັ້ນຫນັກເຖິງຄວາມສຳຄັນຂອງການພັດທະນາເສດຖະກິດເໝາະສົມກັບການປົກປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນໄພທຳມະຊາດ, ເພີ່ມຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການນຳໃຊ້ ແລະ ຄຸ້ມຄອງແຫລ່ງນ້ຳຢູ່ແມ່ນ້ຳຂອງໃຫ້ໝັ້ນຄົງ. ບັນດາທ່ານລັດຖະມົນຕີ ກໍ່ຊົມເຊີຍ ຍີ່ປຸ່ນ ແລະ ອາເມລິກາ ມີຂໍ້ລິເລີ່ມສ້າງ “ຄູ່ຮ່ວມມືພະລັງງານເຂດແມ່ນ້ຳຂອງ” ເພື່ອແນໃສ່ຫນູນຊ່ວຍບັນດາປະເທດແມ່ຂອງພັດທະນາ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແບບຍືນຍົງ.

ກ່າວຄຳເຫັນທີ່ກອງປະຊຸມໃນຕອນເຊົ້າວັນທີ 3 ສິງຫາ, ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ສະເຫນີ ບາງເນື້ອໃນຮ່ວມມືລະຫວ່າງ ແມ່ຂອງ ກັບ ສເກົາຫລີ ແລະ ຍີ່ປຸ່ນ ໃນໄລຍະຈະມາເຖິງ ວ່າ: ຄວນຫນູນຊ່ວຍບັນດາປະເທດ ແມ່ຂອງ ແກ້ໄຂບັນດາບັນຫາກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນນ້ຳ ຢູ່ ແມ່ນ້ຳຂອງ ແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top