• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມື ອາຊຽນ ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ

      ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມື ອາຊຽນ ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ ພ້ອມກັນສ້າງອະນາຄົດຂອງອາຊຽນ ເປັນເອກະພາບ.

ການຖະແຫລງຂ່າວ ກອງປະຊຸມຂັ້ນສູງລັດຖະມົນຕີກະຊວງແຮງງານ ແລະລັດຖະມົນຕີກະຊວງສຶກສາ ບຳລຸງສ້າງອາຊຽນ (ພາບ: Vietnam+) 
      ຕອນບ່າຍວັນທີ 15 ກັນຍາ ຢູ່  ຮ່າໂນ້ຍ ໄດ້ດຳເນີນການຖະແຫລງຂ່າວ ກອງປະຊຸມຂັ້ນສູງລັດຖະມົນຕີກະຊວງແຮງງານ ແລະລັດຖະມົນຕີກະຊວງສຶກສາ ບຳລຸງສ້າງອາຊຽນກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດເພື່ອວຽກເຮັດງານທຳພວມການປ່ຽນແປງໃນໂລກ. ກອງປະຊຸມໄຂຂຶ້ນໃນວັນທີ 16 ກັນຍາຕາມຮູບການຢູ່ກັບທີ່ ແລະອອນລາຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 150 ຄົນ ລວມມີ ບັນດາລັດຖະມົນຕີກະຊວງ ແຮງງານອາຊຽນ, ກະຊວງສຶກສາ ອາຊຽນ, ເລຂາທິການໃຫຍ່ ອາຊຽນ, ຫົວຫນ້າຜູ້ຕາງຫນ້າບັນດາອົງການຈັດຕັ້ງສາກົນ… ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມື ອາຊຽນ ກ່ຽວກັບການພັດທະນາແຫລ່ງຊັບພະຍາກອນມະນຸດ ພ້ອມກັນສ້າງອະນາຄົດຂອງອາຊຽນ ເປັນເອກະພາບ.
(ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top