• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນວຽກງານໂຄສະນາ

      ຕອນເຊົ້າວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້ານະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດ ລາວ ຄຳພັນ ເຜີຍຍະວົງ.
ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ  ໂອ້ລົມທາງໂທລະສັບກັບ ຄະນະໂຄສະນາອົບຮົມ
ພັກປະຊາຊົນປະຕິວັດ ລາວ (ພາບ:
TTXVN)
      ນະທີ່ນີ້, ສອງຝ່າຍໄດ້ເນັ້ນໜັກວ່າ: ຄະນະໂຄສະນາສຶກສາສູນກາງພັກ ກອມມູນິດ ຫວຽດນາມ  ແລະ ຄະນະໂຄສະນາອົບຮົມ ພັກປະຊາຊົນປະຕິວັດ ລາວ ມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື. ໄລຍະຜ່ານມາ, ຄະນະໂຄສະນາສຶກສາ ສູນກາງ ພັກກອມມູນິດ ຫວຽດນາມ ໄດ້ຍູ້ແຮງການປ່ຽນແປງໃໝ່ແບບວິທີການຜັນຂະຫຍາຍ, ເອົາໃຈໃສ່ເຖິງດ້ານຄຸນນະພາບ, ປະສິດທິຜົນ, ມານະພະຍາຍາມນຳບັນດາການເຄື່ອນໄຫວຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ. ສອງພັກກໍຈັດຕັ້ງສຳເລັດກອງປະຊຸມແຈ້ງໝາກຜົນກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ ຜ່ານທາງອອນລາຍ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງເລິກເຊິ່ງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມສະໜິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ທ່ານ ຫງວຽນຈ້ອງເຫງຍ, ຫົວໜ້ານະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)
      ພ້ອມທັງຖືວ່າ, ປີ 2021 ແມ່ນປີສຸດທ້າຍຂອງຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະ 2016 – 2021, ສະນັ້ນ, ສອງຝ່າຍຈະຄົ້ນຄວ້າເພື່ອກະກຽມການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືໄລຍະໃໝ່ 2022 – 2026 ດ້ວຍບັນດາເນື້ອໃນທີ່ເໝາະສົມກັບຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃໝ່ຂອງສອງພັກ, ພິເສດແມ່ນ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດ, ຮັບປະກັນມີຄວາມເປັນໄປໄດ້ສູງ, ແທດຈິງ ແລະ ມີປະສິດທິຜົນກວ່າອີກ. 
 (ແຫຼ່ງຄັດຈາກ VOV)
 

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top