• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ເປັນແບບຢ່າງໃນ ອາຊຽນ

      ຕອນບ່າຍວັນທີ 29 ກັນຍາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ Iswaran ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສິງກະໂປ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ຂັ້ນລັດຖະມົນຕີ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ.

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ກອງປະຊຸມດັ່ງກ່າວ ເພື່ອແນໃສ່ແລກປ່ຽນ, ແບ່ງປັນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງຍຸດທະສາດເຄືອຂ່າຍ ອິນເຕີແນັດ ກໍຄືວິວັດການກໍ່ສ້າງ, ປັບປຸງມາດຕະຖານຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ ຂອງ ຫວຽດນາມ ໃຫ້ສົມບູນແບບ; ເພື່ອກະກຽມໃຫ້ແກ່ ສັບປະດາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດສາກົນ ຄັ້ງທີ 5 ແລະ ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ ຄັ້ງທີ 5 ເຊິ່ງຄາດວ່າຈະຖືກຈັດຂຶ້ນຢູ່ສິງກະໂປ ໃນລະຫວ່າງວັນທີ 5 – 9 ຕຸລາ ຕາມຮູບການທາງອອນລາຍ.
        ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການຍົກສູງກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ສ້າງກົດແຫ່ງການປະພຶດໃນເຄືອຂ່າຍ ອິນເຕີແນັດ ໂດຍອີງໃສ່ບັນດາຫຼັກການ ແລະ 11 ມາດຕະຖານຂອງ ສປຊ. ກະຊວງຕຳຫຼວດຫວຽດນາມ ຍາມໃດກໍກຳນົດວ່າ ອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ ແລະ ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ແມ່ນສະໜາມຮົບຕົ້ນຕໍເພື່ອເພີ່ມທະວີການສົມທົບກັບອົງການປະຕິບັດກົດໝາຍຂອງບັນດາປະເທດ ອາຊຽນ, ໂດຍສະເພາະແມ່ນ ສິງກະໂປ; ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະຊຸກຍູ້ວຽກງານດັ່ງກ່າວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ສະເໜີບາງທິດທາງເພີ່ມທະວີການຮ່ວມມືກ່ຽວກັບການຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍ ອິນເຕີແນັດ, ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ, ການປ້ອງກັນ ແລະ ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ, ອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ກັບ ສິງກະໂປ.
        ສ່ວນ ທ່ານ Iswaran ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ສິງກະໂປ ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ໃນຂົງເຂດ ປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີແນັດ. ພ້ອມທັງ ຍົກອອກບັນດາຂໍ້ສະເໜີ ເພື່ອເພີ່ມທະວີການສົມທົບກັນລະຫວ່າງສອງຝ່າຍໃນຂົງເຂດດັ່ງກ່າວ ໃນໄລຍະ “ປົກກະຕິແບບໃໝ່”.
(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 101 ປີ (ວັນ​ທີ 21 ມິ​ຖຸ​ນາ 1925 – 21 ມິ​ຖຸ​ນາ 2026), ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ບົດ​ຂຽນ “ສື່ມວນ​ຊົ​ນ​ປະ​ຕິ​ວັດ ຫວຽດ​ນາມ ໃນ​ຍຸກ​ສະ​ໄໝ​ດີ​ຈີ​ຕອນ”.

Top