• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ຕອນເຊົ້າວັນທີ 22 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີ່ງຢຸງ ໄດ້ໃຫ້ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Robyn Mudie. 
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢຸງ ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາສາຍພົວພັນຍຸດທະສາດພວມດຳເນີນໄປຢ່າງດີງາມລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນໄລຍະຜ່ານມາ. ທ່ານຖືວ່າ ບັນດາຂົງເຂດຮ່ວມມື, ການລົງທຶນຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ແລະ ສະເໜີທ່ານນາງເອກອັກຄະລັດຖະທູດ ອົດສະຕາລີ ເອົາໃຈໃສ່ຊຸກຍູ້ການພົບປະແລກປ່ຽນລະຫວ່າງການນຳຂັ້ນສູງ, ທ້ອງຖິ່ນ ແລະ ວິສາຫະກິດ 2 ປະເທດເປັນປະຈຳ; ພິເສດແມ່ນກົນໄກຮ່ວມມື 2 ຝ່າຍລະຫວ່າງ 2 ປະເທດກ່ຽວກັບເສດຖະກິດ, ການຄ້າ, ໃນສະເພາະໜ້າ ແມ່ນປະຕິບັດຄາດໝາຍວົງເງິນການຄ້າ 2 ສົ້ນໃຫ້ບັນລຸໄດ້ 10 ຕື້ USD ໃນປີ 2020 ໂດຍໄວ.

 ທີ່ການຕ້ອນຮັບ (ພາບ: TTXVN)

 ສ່ວນທ່ານນາງ Robyn Mudie ຢືນຢັນວ່າ: ບັນດານັກລົງທຶນ ອົດສະຕາລີ ມີຄວາມປະທັບໃຈຕໍ່ບັນດານະໂຍບາຍສ້າງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດມີຄວາມສະດວກ ເຊິ່ງລັດຖະບານ ຫວຽດນາມ ພວມຜັນຂະຫຍາຍປະຕິບັດ. ນີ້ຈະແມ່ນເງື່ອນໄຂເພື່ອໃຫ້ 2 ປະເທດມີໂອກາດ ຊຸກຍູ້ວິສາຫະກິດ 2 ຝ່າຍໃຫ້ເປີດກ້ວາງການຮ່ວມມື, ລົງທຶນດຳເນີນທຸລະກິດຢູ່ຕະຫລາດຂອງກັນ ແລະ ກັນ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top