• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ພັດທະນາແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ

      ຕອນຄ່ຳວັນທີ 11 ພະຈິກ 2017, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢູ່ ດ່າໜັງ ໃນຂອບເຂດສັບປະດາຂັ້ນສູງ APEC.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ຢ້ຽມຢາມ ໂຮຍອານ
      ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບກ່ຽວກັບທິດທາງ ແລະ ມາດຕະການລະອຽດ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຕາມຈິດໃຈຖະແຫຼງການຮ່ວມກ່ຽວກັບເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ້ວາງຂວາງກ່ວາອີກ ຜ່ານນັ້ນ ຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ. ນາຍົກລັດຖະມົນຕີ 2 ທ່ານກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນນັ້ນ ມີບັນຫາທະເລຕາເວັນອອກ; ຢືນຢັນການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫລາຍຝ່າຍຄື: ASEAN, APEC, ASEM…
        ແລະກໍ່ໃນຕອນຄ່ຳວັນທີ 11 ພະຈິກ, ທີ່ນະຄອນ ໂຮ້ຍອານ, ແຂວງ ກວາງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ຢ້ຽມຢາມສະຖານທີ່ຕ່າງໆໃນນະຄອນ ໂຮຍອານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ພ້ອມກັນໄຂ “ງານບຸນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ”.  
 (ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top