• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກໃຫ້ພັດທະນາເລິກເຊິ່ງ, ກ້ວາງຂວາງກ່ວາອີກ

ບໍລິສັດຂອງແບນຊິກ ຫຼາຍແຫ່ງ ສົນໃຈເຖິງຕະຫຼາດ ຫວຽດນາມ. ທ່ານນາງປະທານສະພາສູງ ແບນຊິກ ຢັ້ງຢືນສະພາສູງ ແບນຊິກ ຈະມານະພະຍາຍາມຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ.
ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ຕອນບ່າຍວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 7 ຕື້ໂດລາສະຫະລັດ ໃນຊຸມປີຈະມາເຖິງໂດຍໄວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ສະພາສູງ ແບນຊິກ ຊຸກຍູ້ເພື່ອໃຫ້ລັດຖະສະພາສະຫະພັນ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ ໂດຍໄວ; ຊຸກຍູ້ຄະນະກຳມະການ ເອີລົບ ຍົກເລີກບັດເຫຼືອ ສຳລັບສິນໃນນ້ຳ ຫວຽດນາມ ໂດຍໄວ ແລະ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ຢູ່ ແບນຊິກ ຫຼາຍກ່ວາອີກ.

ສ່ວນທ່ານນາງປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດມີກຳລັງດຶງດູດໃຈສູງທີ່ສຸດໃນໂລກ. ບໍລິສັດຂອງແບນຊິກ ຫຼາຍແຫ່ງ ສົນໃຈເຖິງຕະຫຼາດ ຫວຽດນາມ. ທ່ານນາງປະທານສະພາສູງ ແບນຊິກ ຢັ້ງຢືນສະພາສູງ ແບນຊິກ ຈະມານະພະຍາຍາມຊຸກຍູ້ການພົວພັນ ຫວຽດນາມ - ແບນຊິກ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top