• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນ ຫວຽດນາມ - ຈີນ ໃຫ້ພັດທະນາຢ່າງມີສະຖານລະພາບ

ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ ແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ
(ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶດເຟືອກ ແລະ ທ່ານຮອງນາຍົກລັດຖະມົນຕີ ຈີນ ທິງເຊແຊງ)

ໃນຂອບເຂດເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 21 ຢູ່ນະຄອນ ໜານໜິງ, ປະເທດຈີນ ໃນຕອນບ່າຍວັນທີ 24 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໂຮ່ດຶດເຟືອກ ໄດ້ດຳເນີນການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ຈີນ ທິງເຊແຊງ.

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟືອກ ເນັ້ນໜັກວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການປັບປຸງ ແລະ ພັດທະນາການພົວພັນລະຫວ່າງ 2 ປະເທດ ແມ່ນການຄັດເລືອກຍຸດທະສາດ, ບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດລວມຂອງ ຫວຽດນາມ; ທ່ານປາດຖະໜາຢາກພ້ອມກັບ ຈີນ ມານະພະຍາຍາມນຳການພົວພັນຂອງ 2 ປະເທດໃຫ້ນັບມື້ນັບພັດທະນາຢ່າງໃຫ້ມີສະຖຽນລະພາບ, ປອດໃສ, ຍືນຍົງ.

ກ່ຽວກັບບັນດາມາດຕະການຊຸກຍູ້, ເຮັດໃຫ້ການພົວພັນ 2 ຝ່າຍ ຫວຽດນາມ - ຈີນ ໃຫ້ເລິກເຊິ່ງກວ່າ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເພີ່ມທະວີການຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ ຕັ້ງໜ້າປະຕິບັດ ແລະ ຫັນເປັນລະອຽດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງ, ເພີມທະວີການຮ່ວມມືຢ່າງແທດຈິງໃນຫຼາຍຂົງເຂດ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ສືບຕໍ່ພັດທະນາໃຫ້ມີສະຖຽນລະພາບ ແລະ ບັນລຸຜົນງານຫຼາຍກວ່າໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ຂີດ​ໝາຍ​ຂອງ​ການ​ນຳ​ທີ່​ອຸ​ທິດ​​ສ່ວນ​ຕະຫຼອດຊີ​ວິດ​ຂອງ​ຕົນ​ເພື່ອ​ປະ​ເທດ​ຊາດ, ເພື່ອ​ປະ​ຊາ​ຊົນ

ວັນທີ 19 ກໍລະກົດ ແມ່ນຄົບຮອບ 1 ປີແຫ່ງວັນເຖິງແກ່ມໍລະນະກຳຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ໄລຍະຜ່ານມາ, ປະຊາຊົນທຸກຊັ້ນວັນນະ, ພະນັກງານ, ສະມາຊິກພັກ ຍັງມີຄວາມອາໄລອາວອນ, ເຄົາລົບນັບຖືການນຳຜູ້ດີເລີດຂອງພັກຄອມມູນິດ ຫວຽດນາມ ແລະ ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຂອງປະເທດຊາດ.

Top