• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນ ຫວຽດນາມ - ກາຕາ, ພິເສດໃນຂົງເຂດເສດຖະກິດ

ກາຕາ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ, ຖື ຫວຽດນາມ ຄືດັ່ງປະຕູເພື່ອແຊກຊຶມເຂົ້າຕະຫຼາດ ອາຊຽນ...
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ Sheikh Mohammed bin Abdulrahman Al – Thani, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ  

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ສະໜັບສະໜູນການຮ່ວມມືທີ່ມີປະສິດທິຜົນ, ແໜ້ນແຟ້ນ, ຮອບດ້ານລະຫວ່າງ ກາຕາ ແລະ ອາຊຽນ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ: ຫວຽດນາມ - ກາຕາ ເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກະຊວງ, ຂະແໜງການ ແລະ ພົວພັນແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳລະຫວ່າງສອງປະເທດກ່ວາອີກ; ຈັດຕັ້ງກອງປະຊຸມຄັ້ງທີ 3 ຂອງຄະນະກຳມະການລະຫວ່າງລັດຖະບານ ເພື່ອເປັນເອກະພາບກ່ຽວກັບບັນດາມາດຕະການເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.

ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ

Sheikh Mohammed bin Abdulrahman Al – Thani ຢັ້ງຢືນວ່າ: ກາຕາ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ, ຖື ຫວຽດນາມ ຄືດັ່ງປະຕູເພື່ອແຊກຊຶມເຂົ້າຕະຫຼາດ ອາຊຽນ. ມາຮອດປະຈຸບັນ, ກອງທຶນລົງທຶນສາທາລະນະຂອງ ກາຕາ ໄດ້ລົງທຶນນັບລ້ານໂດລາສະຫະລັດເຂົ້າຕະຫຼາດ ຫວຽດນາມ. ທ່ານ Abdulrahman Al – Thani ເຫັນດີເປັນເອກະພາບກັບບັນດາການກຳນົດທິດການຮ່ວມມືຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃນໄລຍະຈະມາເຖິງໃນຫຼາຍຂົງເຂດ, ພິເສດແມ່ນໃນຂົງເຂດເສດຖະກິດຢ່າງແຮງ.

  ການເຈລະຈາລະຫວ່າງສອງຝ່າຍທີ່ສຳນັກງານກະຊວງການຕ່າງປະເທດ (ພາບ:Nguyễn Hồng)  

ກ່ອນໜ້ານັ້ນ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການເຈລະຈາກັບທ່ານ Sheikh Mohammed bin Abdulrahman Al – Thani, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14 – 15 ສິງຫາ 2022.

ລັດຖະມົນຕີກະຊວງການຕ່າງປະເທດສອງປະເທດໄດ້ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2023 ໃຫ້ເປັນຢ່າງດີ, ໃນນັ້ນໄດ້ເອົາໃຈໃສ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ, ຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນວັດທະນະທຳ - ກິລາ; ສືບຕໍ່ສົມທົບກັນສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ, ອົງການພາກພື້ນຄື: ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້, ສະພາຮ່ວມມືເຂດອ່າວເປີເຊຍ.

ສ່ວນທ່ານ Sheikh Mohammed bin Abdulrahman Al – Thani, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ກາຕາ ໄດ້ຢັ້ງຢືນວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ ອາຊີ - ປາຊີຟິກ ແລະ ແມ່ນສະຖານທີ່ດູດດື່ມຂອງບັນດານັກລົງທຶນ ກາຕາ. ທ່ານ Abdulrahman Al – Thani ສະເໜີໃຫ້ສອງຝ່າຍເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານກ່ຽວກັບໂຄງການ ແລະ ກາລະໂອກາດລົງທຶນ, ເປີດກ້ວາງການຮ່ວມມືໃນຂົງເຂດເສດຖະກິດສີຂຽວ, ພະລັງງານທົດແທນ, ວິທະຍາສາດເຕັກໂນໂລຊີ, ການຮ່ວມມືໃນຂົງເຂດກະສິກຳເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top