• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ-ສະວິດ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບ ອາຊຽນ

      ສະວິດ ແມ່ນຄູ່ຮ່ວມມືການຄ້າສຳຄັນ ແລະ ນັກລົງທຶນ ເອີລົບ ໃຫຍ່ທີ 6 ຢູ່ ຫວຽດນາມ ດ້ວຍເງິນລົງທຶນປະມານ 2 ຕື້ USD, ສຸມໃສ່ ບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດ, ສ້າງພະລັງງານໄຟຟ້າ.
ການສຳມະນາກ່ຽວກັບ ຫວຽດນາມ ໃນຂອບເຂດສັບປະດາສຳມະນາຜ່ານທາງອອນລາຍເຊິ່ງນອນໃນໂຄງການຄົ້ນຫາ ອາຊຽນ
(ພາບ:
TTXVN)
      ໂດຍຮັບຄຳເຊີນຂອງຄະນະອຳນວຍການມະຫາວິທະຍາໄລວິທະຍາສາດໝູນໃຊ້ ແລະ ສີລະປະ ຕາເວັນອອກສ່ຽງເໜືອ ສະວິດ, ໃນວັນທີ 16 ກຸມພາ, ທ່ານນາງປະລິນຍາເອກ ເລລິງລານ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ, ໄດ້ເຂົ້າຮ່ວມການສຳມະນາກ່ຽວກັບ ຫວຽດນາມ ໃນຂອບເຂດສັບປະດາສຳມະນາຜ່ານທາງອອນລາຍເຊິ່ງນອນໃນໂຄງການຄົ້ນຫາ ອາຊຽນ (Explore ASEAN), ດ້ວຍຫົວຂໍ້ “ອາຊຽນ”: ກຸ່ມ, ເຕັກໂນໂລຢີອັດສະລິຍະ, ດີຈີຕອນ ແລະ ການພັດທະນະແບບຍືນຍົງ”.
        ກ່າວຄຳເຫັນທີ່ການສຳມະນາ, ທ່ານນາງ ເລລິງລານ ເນັ້ນໜັກວ່າ ໂລກລະບາດໂຄວິດ-19 ໄດ້ເກີດວິກິດການຢ່າງໜັກໜ່ວງໃນໂລກ, ສົ່ງຜົນກະທົບຫຍໍ້ທໍ້ຫຼາຍດ້ານເຖິງສະພາບການເສດຖະກິດໂລກໃນກ່ວາປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມຕັດສິນໃຈສູງພ້ອມກັບຄວາມຮ່ວມແຮງຮ່ວມໃຈຂອງລັດຖະບານ ແລະ ທົ່ວສັງຄົມ, ຫວຽດນາມ ໄດ້ຄວບຄຸມເຊື້ອພະຍາດດີພໍສົມຄວນ. ຫວຽດນາມ ບັນລຸໄດ້ “ເປົ້າໝາຍຄວບຄູ່”, ທັງຄວບຄຸມໂລກລະບາດໂຄວິດ-19 ທັງຮັກສາການເຕີບໂຕເສດຖະກິດ.
        ເມື່ອເຕື້ອງເຖິງປັດໃຈໜູນຊ່ວຍໃນການຟື້ນຟູເສດຖະກິດ ຢ່າງແຮງໃນໄລຍະຈະມາເຖິງ, ທ່ານນາງ ເລລິງລານ ເນັ້ນໜັກວ່າ ການລົງນາມບັນດາສັນຍາການຄ້າເສລີແບບໃໝ່ (FTA) ໃນໄລຍະຜ່ານມາດ້ນຳມາເຊິ່ງປະສິດທິຜົນຫຼາຍຢ່າງ.
        ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ-ສະວິດ, ທ່ານນາງ ເລລິງລານ ຢັ້ງຢືນວ່າ ກາລະໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງຍັງມີຫຼາຍທີ່ສຸດ. ສະວິດ ແມ່ນຄູ່ຮ່ວມມືການຄ້າສຳຄັນ ແລະ ນັກລົງທຶນ ເອີລົບ ໃຫຍ່ທີ 6 ຢູ່ ຫວຽດນາມ ດ້ວຍເງິນລົງທຶນປະມານ 2 ຕື້ USD, ສຸມໃສ່ ບັນດາຂະແໜງອຸດສາຫະກຳປຸງແຕ່ງ, ປະດິດ, ສ້າງພະລັງງານໄຟຟ້າ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top