• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນດ້ານປ້ອງກັນປະເທດສົມກັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ

      ໂດຍໄດ້ຮັບຄຳເຊີນຂອງທ່ານ James Mattis, ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ, ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າໄປຢ້ຽມຢາມ ອາເມລິກາ ຢ່າງເປັນທາງການແຕ່ວັນທີ 7 -10 ສິງຫາ.

ພົນເອກ ໂງຊວນລິກ ຢູ່ ທຳນຽບ 5 ແຈ
      ຕອນເຊົ້າວັນທີ 8 ສິງຫາ, ພາຍຫຼັງພິທີຕ້ອນຮັບ, ລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ. ລັດຖະມົນຕີ 2 ທ່ານໄດ້ເຫັນດີຕໍ່ບັນດາມາດຕະການເພື່ອຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງຕາມຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດ ແລະ ບັນດາເອກະສານທີ່ໄດ້ລົງນາມແລ້ວ. ກ່ຽວກັບການພົວພັນປ້ອງກັນປະເທດ 2 ຝ່າຍ ໃນໄລຍະຈະມາເຖິງ, ລັດຖະມົນຕີ 2 ທ່ານ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືຕາມເນື້ອໃນບັນດາເອກະສານທີ່ໄດ້ລົງນາມແລ້ວ, ໃນນັ້ນສຸມໃສ່ບຸລິມະສິດເຂົ້າຂົງເຂດແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ, ຮັບມືກັບສິ່ງທ້າທາຍຈາກອາດຊະຍາກຳແບບໃໝ່ ກໍ່ຄືເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
      ທ່ານລັດຖະມົນຕີ ໂງຊວນລິກ ຢືນຢັນວ່າ ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ຍາມໃດກໍ່ບຸລິມະສິດພັດທະນາການພົວພັນໂດຍອີງໃສ່ບັນດາຫຼັກການສະເໝີພາບ, ເຄົາລົບລະບອບການເມືອງ, ເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ. ກ່ຽວຂ້ອງເຖິງບັນຫາລ້າງທາດພິດ ດີໂອຊິນ ຢູ່ບັນດາສະຖານທີ່ຖືກມົນລະພິດນັ້ນ, ລັດຖະມົນຕີ ໂງຊວນລິກ ໃຫ້ຮູ້ວ່າ: 2 ຝ່າຍໄດ້ປະຕິບັດສຳເລັດໄລຍະ I ຂອງໂຄງການລ້າງທາດພິດຢູ່ສະໝາມບິນ ດ່ານັ້ງ ແລະ ພວມດຳເນີນໄລຍະ II ໃຫ້ສຳເລັດເພື່ອຮັບໃຊ້ກອງປະຊຸມສຸດຍອດ APEC 2017.
      ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ, ກໍ່ຄືມານະພະຍາຍາມຮ່ວມມືຢ່າງມີປະສິດທິຜົນຂອງ ຫວຽດນາມ ໃນການຊອກຫາອັດຖິຊາວ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA).
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top