• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາໃຫ້ພັດທະນາ

      ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພວມຢ້ຽມຢາມສະຫະລັດອາເມລິກາ ຢ່າງເປັນທາງການ ໃນລະຫວ່າງວັນທີ 29 – 31 ພຶດສະພາ. ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ແລະ ແມ່ນການພົບປະຄັ້ງທຳອິດລະຫວ່າງການນຳຫວຽດນາມ ແລະ ທ່ານປະທານາທິບໍດີອາມເລິກາ Donald Trump ມີຄວາມໝາຍສຳຄັນພິເສດສຳລັບອະນາຄົດຂອງການພົວພັນຮ່ວມມືຫວຽດນາມ - ອາເມລິກາ. ບົດຂຽນຂອງບັນນາທິການ ທູຮວາ ດ້ວຍຫົວຂໍ້ວ່າ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ໃຫ້ພັດທະນາ”.
      ນັບແຕ່ເມື່ອສ້າງການພົວພັນລະຫວ່າງ 2 ປະເທດຫວຽດນາມ - ອາເມລິກາ ເປັນປົກກະຕິເມື່ອເດືອນ ກໍລະກົດ ປີ 1995 ເປັນຕົ້ນມາ, ການພົວພັນດ້ານການເມືອງ, ການທູດລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຢ່າງໜັກແໜ້ນເທື່ອລະກ້າວ. ເດືອນ ກໍລະກົດ ປີ 2013, 2 ປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ບົນພື້ນຖານນັ້ນ, ການພົວພັນຫວຽດນາມ - ອາເມລິກາ ບັນລຸໄດ້ບາດກ້າວພັດທະນາໃໝ່ຫຼາຍຢ່າງໃນທຸກຂົງເຂດ, ນັບທັງການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ.
 

(ພາບປະກອບອີນເຕີແນັດ)
      ການພົວພັນຄູ່ຮ່ວມມືຮອບດ້ານພັດທະນາຢ່າງບໍ່ຢຸດຢັ້ງ
        ຫວຽດນາມ ແລະ ອາເມລິກາ ໄດ້ຮັກສາ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນຢ່າງຕໍ່ເນື່ອງ ເພື່ອປັບປຸງການພົວພັນຄູ່ຮ່ວມມືຮອບດ້ານນີ້. ເດືອນກໍລະກົດ ປີ 2015, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໄປຢ້ຽມຢາມອາເມລິກາຢ່າງເປັນທາງການ, ໄດ້ເປັນຂີດໝາຍປະຫວັດສາດໃນຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ໃນເດືອນ ພຶດສະພາປີ 2016, ປະທານາທິບໍດີອາເມລິກາ ໃນຄາວນັ້ນແມ່ນທ່ານ Barack Obama ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຕໍ່ຈາກນັ້ນ, ໃນເດືອນມັງກອນປີ 2017, ທ່ານອະດີດລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ໄດ້ມາຢ້ຽມຢາມຫວຽດນາມ… ພາຍຫຼັງທ່ານປະທານາທິບໍດີ Donald Trump ໄດ້ຮັບໄຊຊະນະໃນການເລືອກຕັ້ງ, ຫວຽດນາມ ແລະ ອາເມລິກາ ສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນ 2 ຝ່າຍ. ຫວ່າງມໍ່ໆມານີ້, ໃນເດືອນ ເມສາ ປີ 2017, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມອາເມລິກາ ຢ່າງເປັນທາງການ ແລະ ໄດ້ພົບປະກັບການນຳຂັ້ນສູງຂອງອາເມລິກາ ຫຼາຍທ່ານ.
        ພ້ອມກັບການພົວພັນດ້ານການເມືອງອັນດີງາມນັ້ນ, ບັນດາການເຄື່ອນໄຫວຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດກໍບັນລຸໄດ້ໝາກຜົນທີ່ຕັ້ງໜ້າ. ອາເມລິກາ ພວມແມ່ນໜຶ່ງໃນບັນດາຄູ່ຄ້າແຖວໜ້າຂອງຫວຽດນາມ ດ້ວຍວົງເງິນການຄ້າ 2 ສົ້ນເຕີບໂຕຢ່າງຕໍ່ເນື່ອງ ຢູ່ໃນດັບ 20% ໃນຊຸມປີມໍ່ໆມານີ້ ແລະ ບັນລຸ 53 ຕື້ USD ໃນປີ 2016. ກ່ຽວກັບການລົງທຶນ, ຮອດທ້າຍປີ 2016, ອາເມລິກາ ຢືນອັນດັບ 8/112 ປະເທດ ແລະ ເຂດແຄ້ວນທີ່ມີທຶນ FDI ຢູ່ຫວຽດນາມ, ດ້ວຍ 815 ໂຄງການ, ຍອດຈຳນວນທຶນຈົດທະບຽນແມ່ນກວ່າ 10 ຕື້ USD.
        ການສຶກສາ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ ກໍ່ແມ່ນຂົງເຂດເຊິ່ງ 2 ປະເທດມີການຮ່ວມມືຢ່າງມີປະສິດທິຜົນ. ໄລ່ຮອດເດືອນ ພະຈິກ ປີ 2016, ໄດ້ມີນັກສຶກສາ, ນັກຝຶກງານຫວຽດນາມ ພວມຮ່ຳຮຽນຢູ່ອາເມລິກາ ກວ່າ 31.000 ຄົນ, ຢືນແຖວໜ້າໃນຈຳນວນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບທີ 6 ໃນຈຳນວນບັນດາປະເທດທີ່ມີນັກສຶກສາໄປຮ່ຳຮຽນຢູ່ອາເມລິກາ. ຫວຽດນາມ - ອາເມລິກາ ກໍ່ພວມຕັ້ງໜ້າຜັນຂະຫຍາຍໂຄງການມະຫາວິທະຍາໄລ Fulbright ຢູ່ຫວຽດນາມ.
        ໃນສະພາບພາກພື້ນ ແລະ ຫຼາຍຝ່າຍ, ຫວຽດນາມ - ອາເມລິກາ ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນຄື: APEC, ARF, ADMM+, LMI, EAS, ໃນນັ້ນມີບັນດາບັນຫາພາກພື້ນຄື: ຄວາມປອດໄພໃນການເດີນທະເລ, ເຊີດຊູບົດບາດໃຈກາງຂອງອາຊຽນ, ຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດອາເມລິກາ - ອາຊຽນ ກໍຄືບັນດາບັນຫາທົ່ວໂລກອື່ນໆຄື: ຕ້ານການກໍ່ການຮ້າຍ, ຕ້ານອາວຸດລ້າງຜານ… 2 ຝ່າຍກໍ່ໄດ້ສືບຕໍ່ເຈລະຈາກ່ຽວກັບບັນດາສິດທິມະນຸດບົນຈິດໃຈຢ່າງກົງໄປກົງມາ, ສ້າງສັນ ແລະ ເຄົາລົບຄວາມແຕກຕ່າງຂອງກັນ. ໃນນັ້ນ, ຫວຽດນາມ - ອາເມລິກາ ໄດ້ສົມທົບກັນຈັດຕັ້ງການເຈລະຈາສິດທິມະນຸດຄັ້ງທີ 20 ຢູ່ ວໍຊິຕັນ ດີຊີ ເປັນຢ່າງດີ ແລະ ຮອບເຈລະຈາຄັ້ງທີ 21 ທີ່ພວມດຳເນີນຢູ່ຮ່າໂນ້ຍ.

        ສ້າງທ່າໃຫ້ແກ່ການຮ່ວມມື ແລະ ພັດທະນາການພົວພັນ 2 ຝ່າຍ
        ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີຄວາມໝາຍສຳຄັນຍິ່ງ ແລະ ມີລັກສະນະເປັນສັນຍາລັກສູງ, ແມ່ນກາລະໂອກາດເພື່ອສະແດງໃຫ້ເຫັນຢ່າງຈະແຈ້ງບົດບາດນຳໜ້າຂອງຫວຽດນາມ ໃນອາຊຽນ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ຄືດັ່ງຄູ່ຮ່ວມມືເສດຖະກິດ ແລະ ຄວາມໝັ້ນຄົງຫຼັກແຫຼ່ງຂອງອາເມລິກາ. ບັນດາໜັງສືພິມ, ສຳນັກຂ່າວສານສາກົນຄື: Reuters, Forbes, VOA, Manila Bulletin… ໄດ້ອອກຂ່າວກ່ຽວກັບການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັນສະແດງຄວາມຄິດເຫັນ. Reuters ໄດ້ຄັດຖະແຫຼງການຈາກທຳນຽບຂາວ ໃນວັນທີ 23 ພຶດສະພາ ໂດຍໃຫ້ຮູ້ວ່າ, ທ່ານປະທານາທິບໍດີ Donald Trump ຈະຕ້ອນຮັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢູ່ທຳນຽບຂາວ ໃນວັນທີ 31 ພຶດສາພາ ເພື່ອປຶກສາຫາລືກ່ຽວກັບການພົວພັນ 2 ຝ່າຍ ແລະ ການຮ່ວມມືໃນພາກພື້ນ. ສ່ວນຕາມ VOA ແລ້ວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຈະກາຍເປັນການນຳອາຊີຕາເວັນອອກສ່ຽງໃຕ້ຜູ້ທຳອິດ ມາຢ້ຽມຢາມທຳນຽບຂາວ ນັບແຕ່ເມື່ອທ່ານ Donald Trump ຮັບດຳລົງຕຳແໜ່ງເປັນປະທານາທິບໍດີອາເມລິກາ ໃນເດືອນ ມັງກອນ ປີ 2017. ໜັງສືພິມ Manila Bulletin ກໍຄັດຄຳເວົ້າຂອງເລຂາການຂ່າວທຳນຽບຂາວ Sean Spicer ວ່າ “ທ່ານປະທານາທິບໍດີ Donald Trump ລໍຖ້າການປຶກສາຫາລືບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍ ແລະ ເຮັດໃຫ້ການຮ່ວມມືພາກພື້ນເລິກເຊິ່ງກວ່າ ກັບໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງອາເມລິກາ ຢູ່ອາຊີຕາເວັນອອກສ່ຽງໃຕ້”.
        ດ້ວຍບັນດາຜົນສຳເລັດບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ, ການຢ້ຽມຢາມອາເມລິກາ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະຊຸກຍູ້ການພົວພັນຮ່ວມມືຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ກວ່າອີກ; ນຳມາເຊິ່ງບັນດາກາລະໂອກາດໃໝ່ໃຫ້ແກ່ 2 ປະເທດ, ເພື່ອຜົນປະໂຫຍດ, ຄວາມວັດທະນາຖາວອນພັດທະນາລວມຂອງ 2 ປະເທດ; ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top