• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ- ສ.ເກົາຫຼີ

      ໂດຍສືບຕໍ່ການຢ້ຽມຢາມ ສ.ເກົາຫຼີ, ວັນທີ 21 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ພົບປະກັບປະທານາທິບໍດີ ສ.ເກົາຫຼີ Moon Jae In, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon, ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung Wha ແລະ ເຂົ້າຮ່ວມການພົບປະສົນທະນາກັບບັນດາວິສາຫະກິດແຖວໜ້າຂອງ ສ.ເກົາຫຼີ. 

ທ່ານຮອງນາຍົກລັດຖະມົນຕີ ຝ້າມບິນມິນ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae In
      ທີ່ການພົບປະກັບ ປະທານາທິບໍດີ ສ.ເກົາຫຼີ Moon Jae In, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ໄດ້ຢືນຢັນວ່າ ລັດຖະບານຫວຽດນາມຖືເປັນສຳຄັນ ແລະ ຫວັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສ.ເກົາຫຼີເພື່ອການພັດທະນາຂອງ 2 ປະເທດ ເພື່ອສັນຕິພາບ ແລະ ການຮ່ວມມືຢູ່ 2 ພາກພື້ນ ແລະ ໃນໂລກ. ສ່ວນປະທານາທິບໍດີ ສ.ເກົາຫຼີ Moon Jae In ຢືນຢັນພ້ອມແລ້ວຈະສະໜັບສະໜູນ, ຮ່ວມມື ແລະ ແບ່ງປັນບົດຮຽນເພື່ອການພັດທະນາຂອງຫວຽດນາມ.
    ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Lee Nak Yeon, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ສະເໜີລັດຖະບານ ສ.ເກົາຫຼີ ຄວນຊຸກຍູ້ດຸ່ນດຽງການຄ້າ, ສູ້ຊົນຍົກວົງເງິນການຄ້າ 2 ປະເທດໃຫ້ບັນລຸ 100 ຕື້ USD ໃນປີ 2020, ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການລົງທຶນ, ພັດທະນາພື້ນຖານໂຄງລ່າງ.
    ທີ່ການເຈລະຈາລະຫວ່າງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Kang Kyung Wha, 2 ຝ່າຍເປັນເອກະພາບຜັນຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ໃນນັ້ນດຳເນີນສົນທະນາຍຸດທະສາດກ່ຽວກັບການຕ່າງປະເທດ, ການປ້ອງການຊາດ-ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີການຕ່າງປະເທດໂດຍໄວ, ປະຕິບັດບັນດາມາດຕະການເພື່ອຊຸກຍູ້ການຄ້າ 2 ຝ່າຍໃຫ້ພັດທະນາເປັນປົກກະຕິ ແລະ ດຸ່ນດ່ຽງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top