• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປີກຸນ

ຕອນຄ່ຳວັນທີ 30 ມັງກອນ, ຢູ່ສູນວັດທະນະທຳ, ການຄ້າ ແລະ ໂຮງແຮມ ຮ່າໂນ້ຍ - ມົດສະກູ, ສະຖານທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ.

ສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ ປຣາຮາ ຂອງ ເຊັກໂກ ຈັດຕັ້ງບຸນເຕັດປີກຸນ 2019

ໄດ້ຈັດຕັ້ງງານລ້ຽງ ເນື່ອງໃນໂອກາດບຸນປີໃໝ່ປີກຸນ ແລະ ສະເຫຼີມສະຫຼອງ 69 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ລັດເຊຍ. ກ່າວຄຳເຫັນທີ່ພິທີ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ໄດ້ສະແດງຄວາມເບີກບານມ່ວນຊື່ນໃນປີ 2018, ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ສືບຕໍ່ມີບັນດາບາດກ້າວພັດທະນາໃໝ່ຢ່າງແຮງ, ເຕັມໄປດ້ວຍປະສິດທິຜົນ ແລະ ແທດຈິງໃນຫລາຍຂົງເຂດຄື: ດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ, ວັດທະນະທຳ, ການສຶກສາ…

        ກ່ອນໜ້ານັ້ນ, ວັນທີ 29 ມັງກອນ, ທີ່ນະຄອນຫລວງ ກີແອັບ, ປະເທດ ຢູແກຼນ, ສະຖານທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ຈັດຕັ້ງການພົບປະສັງສັນຕ້ອນຮັບບຸນປີໃໝ່ປີກຸນໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ ຢູແກຼນ ແລະ ບັນດາເພື່ອນມິດ ຢູແກຼນ ທີ່ສະໜິດສະໜົມກັບ ຫວຽດນາມ. ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ ຫງວຽນແອັງຕ໊ວນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຢູແກຼນ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດເຖິງພໍ່ແມ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຢູແກຼນ  ແລະ ບັນດາເພື່ອນມິດ ຢູແກຼນ ທຸກຖ້ວນໜ້າ, ທ່ານປາດຖະໜາຢາກໃຫ້ ພໍ່ແມ່ປະຊາຊົນຍາມໃດກໍ່ສາມັກຄີກັນ, ສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງ, ຮັກສາຮີດຄອງປະເພນີອັນດີງາມຂອງ ຫວຽດນາມ, ດຳລົງຊີວິດ ແລະ ເຮັດວຽກຖືກຕ້ອງຕາມກົດໝາຍຂອງປະເທດປະຈຳຖິ່ນ.

        ໃນຂະນະນັ້ນ, ຕອນຄ່ຳວັນທີ 30 ມັງກອນ, ສະຖານທູດ ຫວຽດນາມ ປະຈຳນະຄອນຫລວງ ປຣາຮາ ຂອງ ເຊັກໂກ ກໍ່ໄດ້ຈັດຕັ້ງບຸນເຕັດປີກຸນ 2019 ໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາ ອາໄສຢູ່ ເຊັກໂກ.

(ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top