• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ຖະ​ຫວາຍ​ທູບ​ທຽນ​ຢູ່​ພະ​ລາດ​ຊະ​ວັງ ທັງ​ລອງ

ຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ພ້ອມກັບປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ເຂົ້າຮ່ວມການລາຍການປ່ອຍປາໄນຄຳ ຢູ່ເຂດໜອງດອກບົວ ຂຶ້ນກັບເຂດປູສະນີຍະສະຖານ ໜອງໂກ ຢູ່ພະລາດຊະວັງ ທັງລອງ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ບັນດາຜູ້ແທນປະຕິບັດພິທີຖະຫວາຍທູບທຽນຢູ່ວັນ ກິງທຽນ (ພາບ: TTXVN)  

ຕອນບ່າຍວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ໂດຍນອນໃນເຫດການຂອງລາຍການ ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ ປີ 2023, ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດີເດັ່ນ ໃນທົ່ວໂລກ ໄດ້ເຂົ້າສຸສານ ໄວ້ອາໄລ ປະທານໂຮ່ຈີມິນ, ວາງພວງມາລາຢູ່ ອະນຸສາວະລີ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ເຕົ້າໂຮມວັນຢູ່ ວັງກິງທຽນ, ພະລາດຊະວັງ ທັງລອງ.

ຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ພ້ອມກັບປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາ ໄດ້ເຂົ້າຮ່ວມການລາຍການປ່ອຍປາໄນຄຳ ຢູ່ເຂດໜອງດອກບົວ ຂຶ້ນກັບເຂດປູສະນີຍະສະຖານ ໜອງໂກ ຢູ່ພະລາດຊະວັງ ທັງລອງ.

 ການເຄື່ອນໄຫວນີ້ມີຄວາມສຳຄັນທີ່ສຸດ, ພິເສດແມ່ນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຍິ່ງມີຄວາມສຳຄັນກ່ວາສຳລັບນັ້ນແມ່ນ ຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ ຕ້ອງຮ່ຳຮຽນເອົາປະຫວັດສາດກົກເຄົ້າເຫງົ້າກໍ ຂອງຊາດຕົນ, ຜ່ານນັ້ນສາມາດເຜີຍແຜ່ໃຫ້ແກ່ພໍ່ແມ່ພີ່ນ້ອງຊາວຫວຽດນາມ ຢູ່ປະເທດຕ່າງໆກໍ່ຄືປະຊາຊົນໃນທົ່ວໂລກ.

 

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top