ຂ່າວສານ
ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ 900 ຄົນ ເຂົ້າຮ່ວມງານພົບປະຕ້ອນຮັບລະດູບານໃໝ່ ປີ ຊວດ 2020

ງານພົບປະຕ້ອນຮັບລະດູບານໃໝ່ ປີ ຊວດ 2020
ນະທີ່ນີ້, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍຄົນໄດ້ແບ່ງປັນຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນການກໍ່ສ້າງ, ພັດທະນານະຄອນໂຮ່ຈີມິນໃຫ້ກາຍເປັນນະຄອນອັດສະລິຍະ; ໜູນຊ່ວຍບັນດາວິສາຫະກິດຂອງນະຄອນເວົ້າສະເພາະ ແລະ ທັງປະເທດເວົ້າລວມ ໝູນໃຊ້ບັນດາສັນຍາການຄ້າ ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີຜົນສັກສິດແລ້ວ ໃຫ້ມີປະສິດທິຜົນ, ຊອກຫາຕະຫຼາດ, ລະດົມແຫຼ່ງກໍາລັງລົງທຶນຈາກຕ່າງປະເທດ. ທ່ານ ເລມິງຕວ່ຽນ, ຊາວຫວຽດນາມ ອາໄສຢູ່ ຝລັ່ງ ແບ່ງປັນວ່າ:
“ທຸກໆປີຂ້າພະເຈົ້າກໍລ້ວນແຕ່່ຖືກເຊີນມາເຂົ້າຮ່ວມງານພົບປະສັງສັນນີ້. ປະມານ 10 ປີຜ່ານມາ, ປີໃດຂ້າພະເຈົ້າກໍເຂົ້າຮ່ວມ ແລະ ດີໃຈຫຼາຍທີ່ໄດ້ພົບປະກັບໝູ່ເພື່ອນອີກ. ເລື່ອງ ຈັດຕັ້ງງານພົບປະແບບນີ້ ແມ່ນຂໍ້ລິເລີ່ມທີ່ດີ ເພາະວ່ານີ້ແມ່່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວຫວຽດນາມ ມີຄວາມເຂົ້າໃຈ ແລະ ໃກ້ຊິດສະໜິດສະໜົມກັນກວ່າ”.
ເນື່ອງໃນໂອກາດນີ້, ນະຄອນໂຮ່ຈີມິນ ກໍໄດ້ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນທີ່ບັນລຸຜົນງານດີເດ່ັນໃນປີ 2019.
(ແຫຼ່ງຄັດຈາກ VOV)