ທ່ານ ເລແທັງເວິນ ສະມາຊິກສະຫະກອນການບໍລິການກະສິກຳ ຕິ້ງເທີຍ ນະຄອນກາວແລັງ, ແຂວງດົ່ງທາບ ແບ່ງປັນວ່າ: ການສົ່ງໝາກໝ່ວງໄປຂາຍຢູ່ປະເທດຕ່າງໆ ໄດ້ປ່ຽນແປງວິທີຄິດ, ວິທີເຮັດ, ວິທີປູກ, ບົວລະບັດ ແລະ ເກັບກ່ຽວ ຂອງຊາວກະສິກອນຢູ່ທີ່ນີ້. ຈາກວີທີປູກ, ການບົວລະບັດແບບດັ້ງເດີມ, ບໍ່ໄປຕາມລະດູການ…. ຊາວກະສິກອນ ຕິ້ງເທີຍ ໄດ້ຫັນປ່ຽນໄປສູ່ການຜະລິດຕາມມາດຖານກະສິກຳ (VietGap). ປະຈຸບັນ, ສະມາຊິກສະຫະກອນແຕ່ລະຄົນ ໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນການຜະລິດທີ່ປອດໄພ, ມີຄຸນນະພາບສູງ, ຮັບປະກັນການຕອບສະໜອງມາດຖານຢູ່ພາຍໃນປະເທດ ກໍ່ຄືຕາມມາດຖານຂອງບັນດາປະເທດນຳເຂົ້າ. ຈາກນັ້ນ ໄດ້ຢັ້ງຢືນເຄື່ອງໝາຍໝາກມ່ວງ ກາວແລັງ ຢູ່ພາຍໃນປະເທດ ແລະ ບັນດາຕະຫຼາດນຳເຂົ້າ. ທ່ານ ເລແທັງເວິນ ແບ່ງປັນຕື່ມອີກວ່າ:
ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ຍ້ອນວ່າປີ 2022 ໄດ້ສົ່ງໝາກມ່ວງ ກາວແລັງ ໄປຂາຍຢູ່ເອີລົບ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ. ຊາວກະສິກອນຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ແລ້ວຈະພະຍາຍາມເຮັດຕາມຄຳຮຽກຮ້ອງ, ຂັ້ນຕອນຄຸນນະພາບ ເພື່ອສາມາດສົ່ງໄປຂາຍຢູ່ພາຍໃນປະເທດ ກໍ່ຄືບັນດາຕະຫຼາດຕ່າງປະເທດທີ່ຮຽກຮ້ອງຄຸນນະພາບສູງ. ພວກຂ້າພະເຈົ້າຄິດວ່າ ຕ້ອງຜະລິດບັນດາຜະລິດຕະພັນປອດສານພິດ, ຜູ້ບໍລິໂພກຈຶ່ງຈະຊື້.