ຂ່າວສານ

ຊາວ​ກະ​ສິ​ກອນ ດົ່ງ​ທາບ ມາ​ນະ​ພະ​ຍາ​ຍາມ ສົ່ງ​​ໝາກມ່ວງ​ອອກ​​ຕ່າງ​ປະ​ເທດ

ໃນຊຸມປີທີ່ຜ່ານມາ, ໝາກມ່ວງຂອງແຂວງ ດົ່ງທາບ ໄດ້ສົ່ງໄປຂາຍຢູ່ຫຼາຍປະເທດ, ເຂດແຄ້ວນໃນໂລກຄື: ອາເມລິກາ, ເອີລົບ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ລັດເຊຍ, ສິງກະໂປ… ເຄື່ອງໝາຍໝາກມ່ວງ ດົ່ງທາບ ໄດ້ຢັ້ງຢືນທີ່ຕັ້ງ, ເຄື່ອງໝາຍການຄ້າໃນຕະຫຼາດເທື່ອລະກ້າວ. ຢູ່ເບື້ອງຫຼັງຂອງຜົນສຳເລັດດັ່ງກ່າວ, ແມ່ນບັນດາຄວາມນຶກຄິດ, ກຳລັງເຫື່ອແຮງ ແລະ ຄວາມສຸດຈິດສຸດໃຈຂອງຊາວກະສິກອນ ໃນໄລຍະຍາວນານ ທີ່ປະຕິບັດໃຫ້ໄດ້ຕາມມາດຖານການສົ່ງອອກ ເພື່ອສົ່ງຜະລິດຕະພັນໄປຍັງຕະຫຼາດຕ່າງໆໄດ້.
  ໝາກມ່ວງດົ່ງທາບໄດ້ຢັ້ງຢືນທີ່ຕັ້ງບົດບາດ, ເຄື່ອງໝາຍການຄ້າໃນທ້ອງຕະຫຼາດເທື່ອລະກ້າວ (ພາບ: VOV)  

ທ່ານ ເລແທັງເວິນ ສະມາຊິກສະຫະກອນການບໍລິການກະສິກຳ ຕິ້ງເທີຍ ນະຄອນກາວແລັງ, ແຂວງດົ່ງທາບ ແບ່ງປັນວ່າ: ການສົ່ງໝາກໝ່ວງໄປຂາຍຢູ່ປະເທດຕ່າງໆ ໄດ້ປ່ຽນແປງວິທີຄິດ, ວິທີເຮັດ, ວິທີປູກ, ບົວລະບັດ ແລະ ເກັບກ່ຽວ ຂອງຊາວກະສິກອນຢູ່ທີ່ນີ້. ຈາກວີທີປູກ, ການບົວລະບັດແບບດັ້ງເດີມ, ບໍ່ໄປຕາມລະດູການ…. ຊາວກະສິກອນ ຕິ້ງເທີຍ  ໄດ້ຫັນປ່ຽນໄປສູ່ການຜະລິດຕາມມາດຖານກະສິກຳ (VietGap). ປະຈຸບັນ, ສະມາຊິກສະຫະກອນແຕ່ລະຄົນ ໄດ້ປະຕິບັດຖືກຕ້ອງຕາມຂັ້ນຕອນການຜະລິດທີ່ປອດໄພ, ມີຄຸນນະພາບສູງ, ຮັບປະກັນການຕອບສະໜອງມາດຖານຢູ່ພາຍໃນປະເທດ ກໍ່ຄືຕາມມາດຖານຂອງບັນດາປະເທດນຳເຂົ້າ. ຈາກນັ້ນ ໄດ້ຢັ້ງຢືນເຄື່ອງໝາຍໝາກມ່ວງ ກາວແລັງ ຢູ່ພາຍໃນປະເທດ ແລະ ບັນດາຕະຫຼາດນຳເຂົ້າ. ທ່ານ ເລແທັງເວິນ ແບ່ງປັນຕື່ມອີກວ່າ:

ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ຍ້ອນວ່າປີ 2022  ໄດ້ສົ່ງໝາກມ່ວງ ກາວແລັງ ໄປຂາຍຢູ່ເອີລົບ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ. ຊາວກະສິກອນຕ່າງກໍ່ມີຄວາມເບີກບານມ່ວນຊື່ນ ແລ້ວຈະພະຍາຍາມເຮັດຕາມຄຳຮຽກຮ້ອງ, ຂັ້ນຕອນຄຸນນະພາບ ເພື່ອສາມາດສົ່ງໄປຂາຍຢູ່ພາຍໃນປະເທດ ກໍ່ຄືບັນດາຕະຫຼາດຕ່າງປະເທດທີ່ຮຽກຮ້ອງຄຸນນະພາບສູງ. ພວກຂ້າພະເຈົ້າຄິດວ່າ ຕ້ອງຜະລິດບັນດາຜະລິດຕະພັນປອດສານພິດ, ຜູ້ບໍລິໂພກຈຶ່ງຈະຊື້.


top