• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວໜຸ່ມ ຫວຽດນາມ - ຈີນ ຈະເປີດເສັ້ນທາງແຫ່ງມິດຕະພາບໃ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນທີ່​ການ​ພົບ​ປະ. (ພາບ: VNA)

ຕອນເຊົ້າວັນທີ 20 ພະຈິກ, ຢູ່ນະຄອນ ຄຸນໝິງ (ຈີນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ​ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ເຂົ້າຮ່ວມ​ລາຍ​ການ​ພົບ​ປະຊາວໜຸ່ມ ຫວຽດນາມ ແລະ ຈີນ ທີ່ເຂົ້າຮ່ວມໂຄງການ "ເສັ້ນ​ທາງແດງເພື່ອຄົ້ນຄວ້າຮໍ່​າ​​ຮຽນ" ​ຢູ່ແຂວງ ຢຸນໜານ, ຈີນ.

ກ່າວຄຳເຫັນ​ຢ​ູ່​ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ປັບ​ປຸງ​ການ​ພົວ​ພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໂດຍ​ພາ​ວະ​ວິ​ໄສ, ​ການ​ຄັດ​ເລືອກຍຸດທະສາດ ແລະ ​ໃຫ້ບູລິມະສິດ​ແຖວ​ໜ້າໃນນະໂຍບາຍການ​ຕ່າງ​ປະ​ເທດເປັນເອກະລາດ, ເປັນ​ເຈົ້າຕົນເອງ, ​​ສ້າງ​ຄວາມເຂັ້ມ​ແຂງ​ດ້ວຍຕົນເອງ, ​ຫັນ​ເປັນ​ຫຼາບ​ຮູບ​ຫຼາຍ​ແບບ​ ແລະ ຫຼາຍຝ່າຍຂອງຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະ​ເໜີ​ໃຫ້ ສະຫະພັນ​ບັນ​ດາອົງ​ການ​ຈັດ​ຕັ້ງມິດຕະພາບ ຫວຽດນາມ ແລະ ສະມາຄົມ​ມິດ​ຕະ​ພາບ​ການ​ທູດປະຊາຊົນ ຈີນ ຕ້ອງປ່ຽນ​ແປງ​ຢ່າງ​ແຮງຈາກ "ການ​ພົວ​ພັນແລກປ່ຽນ​ເປັນ​ປົກ​ກະ​ຕິ" ໄປສູ່ການຮ່ວມມືທີ່​ແທດ​ຈິງ, ມີຜະລິດຕະພັນ ແລະ ​ໝາກຜົນ​ລະ​ອຽດ.

(ແຫຼ່່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດ APEC 2026 ແລະ ເຮັດວຽກສອງຝ່າຍຢູ່ ຈີນຢ່າງຈົບງາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສິ້ນສຸດການເຂົ້າຮ່ວມສັບປະດາສຸດຍອດ APEC 2026 ແລະ ເຮັດວຽກສອງຝ່າຍຢູ່ ຈີນຢ່າງຈົບງາມ

ໃນຂອບເຂດສັບປະດາສຸດຍອດ APEC 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເຂົ້າຮ່ວມກອງປະຊຸມບັນດາ​ການນຳເສດຖະກິດ APEC ຄັ້ງທີ 33; ກອງປະຊຸມສຸດຍອດວິສາຫະກິດ APEC 2026.

Top