ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນທີ່ການພົບປະ. (ພາບ: VNA)
ຕອນເຊົ້າວັນທີ 20 ພະຈິກ, ຢູ່ນະຄອນ ຄຸນໝິງ (ຈີນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຮ່ວມລາຍການພົບປະຊາວໜຸ່ມ ຫວຽດນາມ ແລະ ຈີນ ທີ່ເຂົ້າຮ່ວມໂຄງການ "ເສັ້ນທາງແດງເພື່ອຄົ້ນຄວ້າຮໍ່າຮຽນ" ຢູ່ແຂວງ ຢຸນໜານ, ຈີນ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືການປັບປຸງການພົວພັນມິດຕະພາບ, ການຮ່ວມມືກັບ ຈີນ ແມ່ນຄວາມຮຽກຮ້ອງຕ້ອງການໂດຍພາວະວິໄສ, ການຄັດເລືອກຍຸດທະສາດ ແລະ ໃຫ້ບູລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນເປັນຫຼາບຮູບຫຼາຍແບບ ແລະ ຫຼາຍຝ່າຍຂອງຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ສະມາຄົມມິດຕະພາບການທູດປະຊາຊົນ ຈີນ ຕ້ອງປ່ຽນແປງຢ່າງແຮງຈາກ "ການພົວພັນແລກປ່ຽນເປັນປົກກະຕິ" ໄປສູ່ການຮ່ວມມືທີ່ແທດຈິງ, ມີຜະລິດຕະພັນ ແລະ ໝາກຜົນລະອຽດ.