• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວຫວຽດນາມ ອາໄສຢູ່ ອາເມລິກາ ຕິດຕາມກອງປະຊຸມໃຫຍ່ຂອງພັກດ້ວຍຄວາມເຊື່ອໝັ້ນ ແລະ ປະເອີບໃຈ

      ອ້າຍ ຫງວຽນຫວຽດນັງ ອາໄສຢູ່ ອາເມລິກາເປັນເວລາຫຼາຍປີ ແຕ່ຍາມໃດກໍ່ຕິດຕາມບັນດາເຫດການສຳຄັນຢູ່ພາຍໃນປະເທດດ້ວຍຄວາມສຳນຶກທີ່ວ່າ  ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ຊາວຫວຽດນາມ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ຂອງຕົນ. 
ພາບປະກອບ: baotintuc
      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທາງການເມືອງທີ່ສຳຄັນ ແລະ ດຶງດູດຄວາມສົນໃຈຂອງ ຊາວ ຫວຽດນາມ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຫຼາຍປະເທດເຊິ່ງລວມມີ ອາເມລິກາ ເຊິ່ງແມ່ນປະເທດທີ່ມີປະຊາຄົມຊາວຫວຽດນາມ ໃຫຍ່ທີ່ສຸດໃນໂລກ. ອ້າຍ ຫງວຽນຫວຽດນັງ ອາໄສຢູ່ ອາເມລິກາເປັນເວລາຫຼາຍປີ ແຕ່ຍາມໃດກໍ່ຕິດຕາມບັນດາເຫດການສຳຄັນຢູ່ພາຍໃນປະເທດດ້ວຍຄວາມສຳນຶກທີ່ວ່າ  ເຖິງວ່າດຳລົງຊີວິດຢູ່ໃສກໍ່ຕາມ ຊາວຫວຽດນາມ ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ ຂອງຕົນ. ອ້າຍກໍ່ມີຄວາມປາດຖະໜາວ່າ ພັກ, ລັດ ຈະຄັດເລືອກເອົາບັນດາຜູ້ນຳທີ່ດີເດັ່ນເພື່ອນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປັບປຸງການພົວພັນສາກົນ.
        ເຖິງວ່າ ແມ່ນລຸ້ນໜຸ່ມຂອງ ຊາວຫວຽດນາມອາໄສຢູ່ ອາເມລິກາ ກໍ່ຕາມ, ແຕ່ ເອື້ອຍ ລີຮວິ່ງ, ກໍ່ມີຄວາມສົນໃຈທີ່ສຸດຕໍ່ສະພາບການຂອງປະເທດຊາດ, ພິເສດແມ່ນເມື່ອກອງປະຊຸມໃຫຍ່ຄັ້ງນີ້ ກຳນົດ ແນວທາງ, ນະໂຍບາຍພັດທະນາ ແລະ ວິໄສທັດຂອງ ຫວຽດນາມ ໃນຫຼາຍປີຈະມາເຖິງ. ເອື້ອຍ ລີຮວິ່ງ ສະແດງຄວາມເຊື່ອໝັ້ນວ່າ ກອງປະຊຸມໃຫຍ່ຂອງພັກ ຈະວາງອອກບັນດາລັດຖະນະໂຍບາຍທີ່ສະຫຼາດສ່ອງໃສ ແລະ ມີຫົວຄິດປະດິດສ້າງ, ກຳນົດທິດໃຫ້ຫວຽດນາມຜ່ານຜ່າບັນດາຄວາມຫຍຸ້ງຍາກໃນປັດຈຸບັນ, ໃນການພັດທະນາກ່ວາອີກ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມໃນໂລກ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top