• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວພາກກາງຫວຽດນາມ ຄັດຄ້ານການກະທຳເກາະຜິດຂອງ ຈີນ

ສະມາຄົມອາຊີບຫາປາຫວຽດນາມ ກ່າວປະນາມ ແລະ ຄັດຄ້ານການກະທຳດັ່ງກ່າວຂອງຈີນ ແມ່ນກໍ່ຄວາມອັນຕະລາຍເຖິງຊີວິດອິນຊີ ແລະ ກໍ່ຄວາມເສຍຫາຍເຖິງຊັບສິນຂອງຊາວປະມົງ ຫວຽດນາມ ເມື່ອຂຸດຄົ້ນຢູ່ເຂດທະເລຫວຽດນາມ.

 ຊາວປະມົງ ກວ໋າງຫງ໋າຍ ໃນກຳປັ່ນ QNg 96416 ຖືກກຳລັງຕຳຫລວດທະເລ ຈີນ ກີດຂວາງ

ເມື່ອໄດ້ຮັບຂ່າວວ່າ ກຳປັ່ນຫາປາຂອງຊາວປະມົງແຂວງ ກວ໋າງຫງ໋າຍ ຫວຽດນາມ ຖືກກຳລັງຕຳຫລວດທະເລ ຈີນ ກີດຂວາງ ຕຳໃສ່ ກໍ່ໃຫ້ເກີດຄວາມບໍ່ປອດໄພຕໍ່ຊາວປະມົງ, ລ່ວງລະເມີດອະທິປະໄຕເຂດທະເລ ຂອງຫວຽດນາມ, ລະເມີດກົດໝາຍ ຫວຽດນາມ ແລະ ກົດໝາຍສາກົນ. ສະມາຄົມອາຊີບຫາປາ ຫວຽດນາມ, ຊາວປະມົງຫວຽດນາມ ກ່າວປະນາມ ແລະ ຄັດຄ້ານການກະທຳເກາະຜິດຂອງຈີນ.

ມີຊາວປະມົງຫລາຍຄົນ ຖືວ່າ ບັນດາການກະທຳເກາະຜິດຂອງຈີນເປັນຫລາຍຄັ້ງ ແລະ ລຽນຕິດນັ້ນ ກໍ່ຄວາມເສຍຫາຍດ້ານເສດຖະກິດຢ່າງຮ້າຍແຮງຕໍ່ຊາວປະມົງ ລະເມີດອະທິປະໄຕເຂດທະເລຂອງຫວຽດນາມ ລະເມີດກົດໝາຍ ຫວຽດນາມ ແລະ ກົດໝາຍສາກົນ ເຮັດໃຫ້ຊາວປະມົງຮູ້ສຶກບໍ່ມີຄວາມປອດໄພ. ວັນທີ 13 ມິຖຸນາ ສະມາຄົມອາຊີບຫາປາ ຫວຽດນາມ ໄດ້ມີເອກະສານສົ່ງເຖິງຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ. ສະມາຄົມອາຊີບຫາປາຫວຽດນາມ ກ່າວປະນາມ ແລະ ຄັດຄ້ານການກະທຳດັ່ງກ່າວຂອງຈີນ ແມ່ນກໍ່ຄວາມອັນຕະລາຍເຖິງຊີວິດອິນຊີ ແລະ ກໍ່ຄວາມເສຍຫາຍເຖິງຊັບສິນຂອງຊາວປະມົງ ຫວຽດນາມ ເມື່ອຂຸດຄົ້ນຢູ່ເຂດທະເລຫວຽດນາມ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top