• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວດາຫນັງຖ່າຍຮູບກັບນັກສິລະປິນສາກົນ

           ງານບຸນຕາມຖະຫນົນຢູ່ ນະຄອນ ດາຫນັງ ແມ່ນການເຄື່ອນໄຫວມີຂອບຂະຫນາດໃຫຍ່ທີສອງ ໃນຂອບເຂດງານບຸນຍິງບັ້ງໄຟດອກສາກົນ ດາຫນັງ (DIFF2017) ໄດ້ດຳເນີນໃນຕອນຄ່ຳວັນທີ 5/5.

ຊາວດາຫນັງຖ່າຍຮູບກັບນັກສິລະປິນສາກົນ
       ມີລົດໂອໂຕ 9 ຄັນໄດ້ຮັບການປະດາດ້ວຍດອກໄມ້ນາໆສີ ແມ່ນສະແດງໃຫ້ເຫັນພາບພົດຂອງ 9 ປະເທດເຂົ້າຮ່ວມ ງານບຸນຍິງບັ້ງໄຟດອກສາກົນ ດາຫນັງ 2017  ໄດ້ໄປຜ່ານຖະຫນົນສາຍຕ່າງໆຢູ່ ນະຄອນ ດາຫນັງ. ມີນັກສິລະປິນສາກົນ ແລະ ຢູ່ພາຍໃນປະເທດ ເກືອບ 150 ຄົນ ນຸ່ງຊຸດອາພອນປະຈຳຊາດຂອງແຕ່ລະປະເທດ ໄດ້ສະແດງບັນດາວາດຟ້ອນພື້ນເມືອງ, ລົງຖະຫນົນພົວພັນແລກປ່ຽນກັບປະຊາຊົນ ອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນ. ທ່ານ ເລກີເຢືອງ, ຜູ້ກຳກັບການສະແດງລາຍການດັ່ງກ່າວໃຫ້ຮູ້ວ່າ:
“ ລົດໂອໂຕ 9 ຄັນໄດ້ປະດັບປະດາດ້ວຍດອກໄມ້ນາໆສີນັ້ນ ຈະສ້າງເປັນຂີດໝາຍໃຫຍ່ໃນບໍລິເວນຂອງນະຄອນ ເພາະວ່າ ລົດແຕ່ລະຄັນຄືດັ່ງເວທີສະແດງນ້ອຍ. ຢູ່ເທິງ ລົດທັງມີນັກສິລະປິນສາກົນ, ນັກສິລະປິນຫວຽດນາມພ້ອມກັນສະແດງສິລະປະ ແລະ ເຂົາເຈົ້າຈະສ້າງເປັນຈຸດພົ້ນເດັ່ນໃນບັນຍາກາດເບີກບານມ່ວນຊື່ນຢູ່ນະຄອນ. ຂ້າພະເຈົ້າເຊື່ອໝັ້ນວ່າ ເປັນຄັ້ງທຳອິດຈັດຕັ້ງງານບຸນຕາມຖະຫນົນ ຈະເປັນຂີດໝາຍໃຫຍ່ສຳລັບປະຊາຊົນ ແລະ ນັກທ່ອງທ່ຽວ”
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top