• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊາວກະສິກອນເກີ່ນເທີພັດທະນາການທ່ອງທ່ຽວກະສິກຳແລະທ່ອງທ່ຽວແບບລົງເຄື່ອນໄຫວຕົວຈິງ

ດ້ວຍຕາໜ່າງສາຍນ້ຳລຳເຊເຊື່ອມຕໍ່ກັນຫນາແຫນ້ນຊື່ງໄດ້ມີມາແຕ່ຫຼາຍຮ້ອຍປີແລ້ວນັ້ນ, ໄດ້ນຳມາໃຫ້ເຂດດິນຢູ່ທາງທິດຕາເວັນຕົກພາກໃຕ້, ໃນນັ້ນມີນະຄອນ ເກີ່ນເທີມີສີສັນວັດທະນະທຳສະເພາະ. ນີ້ກໍ່ແມ່ນທ່າໄດ້ປຽບເພື່ອໃຫ້ນະຄອນ ເກີ່ນເທີ ພັດທະນາການທ່ອງທ່ຽວລົງສຳຜັດກັບສະພາບແວດລ້ອມແມ່ນ້ຳຕິດພັນກັບຊີວິດການເປັນຢູ່ກະສິກຳຂອງຊາວທ້ອງຖິ່ນ.
Cantho Eco Resort. ພາບ: laodong.vn

ໃນສວນຂອງລຸງເລຈູງຕິນຢູ່ ເມືອງບິ່ງຖູຍ, ນະຄອນ ເກີ່ນເທີ, ມີບັນດາກະຊັງປາງູ(ປາຄໍ່ໂຫຼ້)ໄດ້ຕັ້ງສະຫລັບຊັບຊ້ອນກັບສວນໝາກສີດາ ແລະ ໜອງບົວ. ລູງຕິນໄດ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການເຮັດໃຫ້ໂກນເຊີນ (ເມືອງບິ່ງຖູຍ) ກາຍເປັນສະຖານທີ່ທ່ອງທ່ຽວອັນດຶງດູດໃຈທີ່ສຸດຂອງແຂວງເກີ່ນເທີ. ລູງຕິນ ແບ່ງປັນວ່າ:

“ເພື່ອພັດທະນາການທ່ອງທ່ຽວ, ຂ້າພະເຈົ້າຄິດວ່າຖ້າຫາກສາມາດເຮັດໃຫ້ຝູງປາທັງໝົດເຕັ້ນຂຶ້ນແນ່ນອນວ່າແຂກຈະມາທ່ຽວຫລາຍກວ່າ,ສະນັ້ນຂ້າພະເຈົ້າໄດ້ພະຍາຍາມຝຶກແອບໃຫ້ຝູງປາ. ສອງສາມເດືອນຕໍ່ມາ, ປາສາມາດເຕັ້ນຂຶ້ນໄດ້. ເວົ້າລວມແລ້ວ, ນັບແຕ່ປີ 2016 ມາຮອດປະຈຸບັນ, ຂ້າພະເຈົ້າໄດ້ຝຶກແອບໃຫ້ຝູງປາສາມາດເຕັ້ນຂຶ້ນໄດ້ເພື່ອຮັບໃຊ້ແຂກມາຊົມ ແຕ່ເຊົ້າຮອດຕອນບ່າຍ.                            

ນະຄອນເກີ່ນເທີ ມີຕາໜ່າງແມ່ນ້ຳລຳເຊ ແລະ ຄອງທີ່ໜາແໜ້ນດ້ວຍຄວາມຍາວປະມານ 3.400 ກິໂລແມັດ (ກວມເກືອບ 13% ຄວາມຍາວຂອງແມ່ນ້ຳ13 ແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ), ໃນນັ້ນມີແມ່ນ້ຳສາຍຫຼັກທີ່ໄຫຼຜ່ານເຊັ່ນ: ແມ່ນ້ຳເຫົ້າ, ແມ່ນ້ຳເດີ່ນຢາງ, ແມ່ນ້ຳແລກສອຍ, ແມ່ນ້ຳໂອມົນ, ແມ່ນ້ຳເກີ່ນເທີ..

ໂດຍຍາດແຍ່ງເອົາທ່າໄດ້ປຽບນີ້, ນະຄອນໄດ້ເອົາໃຈໃສ່ພັດທະນາລະບົບຕະຫລາດນ້ຳເພື່ອດຶງດູດນັກທ່ອງທ່ຽວ. ແຕ່ລະປີ, ຄະນະກຳມະການປະຊາຊົນເມືອງກ໋າຍຣັງ (ເກີ່ນເທີ) ໄດ້ຈັດຕັ້ງ “ງານບຸນທ່ອງທ່ຽວວັດທະນະທຳຕະຫຼາດ ນ້ຳກ໋າຍຣັງ... ບັນດາການເຄື່ອນໄຫວນີ້ກໍ່ແມ່ນເພື່ອແນໃສ່ຟື້ນຟູຈຸດວັດທະນະທຳຕະຫຼາດນ້ຳໃນເມື່ອກ່ອນສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ.

“ໄດ້ຍິນວ່າ ຢູ່ທາງທິດຕາເວັນຕົກພາກໃຕ້ ມີຜະລິດຕະພັນຫລັກຫລາຍຢ່າງ, ໃນນັ້ນ ມີຕະຫລາດນ້ຳທີ່ດຶງດູດໃຈແຂກທ່ອງທ່ຽວທີ່ສຸດ ແລະ ມີຊື່ສຽງອີກ. ຂ້າພະເຈົ້າຢາກມາຄົ້ນຫາ ແລະ ມາຮອດແລ້ວກໍ່ເຫັນວ່າ ບັນຍາກາດຢູ່ຕະຫລາດແມ່ນຟົດຟື້ນມ່ວນຊື່ນຫລາຍ ແລະ ສ້າງຮູບພາບທີ່ສວຍງາມແທ້ໆ”.

“ຕະຫລາດນ້ຳ ມີຫລາຍສິ່ງຫລາຍຢ່າງທີ່ແຕກຕ່າງກັບຕະຫລາດທຳມະດາ, ວິທີຮັບໃຊ້ ແຂກກໍ່ດີກວ່າ”.

ບໍ່ພຽງແຕ່ມີຫົວຄິດປະດິດສ້າງໃນການສ້າງຮູບແບບຝຶກໃຫ້ສັດລ້ຽງເພື່ອເຮັດການບໍລິການທ່ອງທ່ຽວ, ໂຄສະນາພາບພົດຂອງຕະຫຼາດນ້ຳເທົ່ານັ້ນ, ດ້ວຍທ່າໄດ້ປຽບຂອງດິນຟ້າອາກາດ

ວັນບຸນທ່ອງທ່ຽວ "ວັດທະນະທຳຕະຫລາດນ້ຳ ກາຍຣັງ" ນະຄອນ ເກີ່ນເທີ ປີ 2023. ພາບ: qdnd.vn

ເຂດຮ້ອນ, ບັນດາຄອບຄົວຢູ່ ເກີ່ນເທີກໍ່ມີຄວາມເອົາໃຈໃສ່ເປັນຢ່າງດີໃນການພັດທະນາຮູບແບບການທ່ອງທ່ຽວແບບຊີວະພາບ. ບັນດາສວນໝາກໄມ້ຍາມໃດກໍ່ມີນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລາຍ. ທ່ານຫງວຽນວັນຈິນ, ເຈົ້າຂອງສວນໝາກໄມ້ 9 ຮົ່ງເກີ່ນເທີ, ໃຫ້ຮູ້ວ່າ:

“ຄອບຄົວຂ້າພະເຈົ້າຕ້ອງນຳໃຊ້ທີ່ດິນເພື່ອປູກຕົ້ນໄມ້. ປັດຈຸບັນຕ້ອງປູກຕົ້ນໄມ້ທຸກປະເພດ. ແລະໃນສວນຕ້ອງມີຫມາກໄມ້ຕະຫຼອດປີ. ສະນັ້ນແຂກມາຢ້ຽມຢາມເປັນຈຳນວນຫລວງຫຼາຍ, ເປັນຕົ້ນແມ່ນວັນເສົາແລະວັນອາທິດ”.

ໃນຂະນະນັ້ນ, ບັນດາຫົວຫນ່ວຍຈັດຕັ້ງ Tour ທ່ອງທ່ຽວກໍ່ສົມທົບກັນຢ່າງແໜ້ນແຟ້ນກັບເຈົ້າຂອງສວນແຕ່ລະຄົນເພື່ອຍົກສູງຄຸນຄ່າຜະລິດຕະພັນກະສິກຳ. ທ່ານນາງເລຮົ່ງເກີ໊ມ, ຜູ້ອຳນວຍການບໍລິສັດເກີ່ນເທີEco Resort, ເມືອງຟອງດຽນ, ແບ່ງປັນວ່າ:

 “ເກີ່ນເທີ Eco Resort ຮ່ວມມືກັບຊາວກະສິກອນພັດທະນາຜະລິດຕະພັນທ່ອງທ່ຽວ, ເພີ່ມທະວີມູນຄ່າຜະລິດຕະພັນກະເສດ. ປະຈຸບັນ, Eco ພວມຮ່ວມສຳພັນກັບເຮືອນສວນຈຳນວນໜຶ່ງເພື່ອຈຳຫນ່າຍຜະລິດຕະພັນ ແລະມີຜະລິດຕະພັນທ່ອງທ່ຽວຫຼາຍກວ່າເກົ່າ. ຕົວຢ່າງຄືຈ້າງເຮືອທ່ອງທ່ຽວໄປຊົມສວນໝາກໄມ້ແລະເມື່ອມາຮອດສວນນັກທ່ອງທ່ຽວກໍ່ສາມາດເກັບໝາກໄມ້, ເກັບຜັກ, ຕຶກປາເອງ... ເພື່ອປຸງແຕ່ງອາຫານ,ສ້າງບັນຍາກາດສະໜິດສະໜົມໃນຄອບຄົວ”.

ສວນໝາກໄມ້ແລະແມ່ນ້ຳແມ່ນຈຸດທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງແມ່ນ້ຳຂອງເວົ້າລວມແລະເກີ່ນເທີເວົ້າສະເພາະ. ບັນດາຈຸດພິເສດດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນຢູ່ທີ່ນີ້ອຸດົມສົມບູນເທົ່ານັ້ນ, ຫາກຍັງສ້າງຄຸນຄ່າດ້ານເສດຖະກິດ, ຍົກສູງລະດັບຄ່າຄອບຊີບໃຫ້ແກ່ພໍ່ແມ່ປະຊາຊົນອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top