ເນື່ອງໃນໂອກາດນີ້, ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ໄດ້ຝາກຈົດໝາຍອວຍພອນເຖິງ ນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດຄົນໃໝ່ ສປປ ລາວ. ໃນຈົດໝາຍອວຍພອນ, ທ່ານ ເລມິງຮືງ ນາຍົກລັດຖະມົນຕີ ແລະ ທ່ານເຈິ່ນແທັງເໝີນ ປະທານສະພາແຫ່ງຊາດຫວຽດນາມ ສະແດງຄວາມເຊື່ອໝັ້ນວ່າບັນດາການນຳຄົນໃໝ່ຂອງ ລາວ ຈະນຳພາ ລັດຖະບານ ແລະ ສະພາແຫ່ງຊາດ ລາວ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ X ໄລຍະ 2026 – 2030 ຢ່າງມີໄຊ, ສ້າງປະເທດ ລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ, ດ້ວຍທີ່ຕັ້ງບົດບາດສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.
ທ່ານເລມິງຮືງ ນາຍົກລັດຖະມົນຕີ ແລະ ທ່ານເຈິ່ນແທັງເໝີນ ປະທານສະພາແຫ່ງຊາດ ປາດຖະໜາຢາກພ້ອມກັບທ່ານສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານສອນໄຊ ສີພັນດອນປະທານສະພາແຫ່ງຊາດລາວ ເພີ່ມພຸນຄຸນສ້າງສາຍພົວພັນລະຫວ່າງສອງພັກ, ສອງລັດ ໃຫ້ສືບຕໍ່ພັດທະນາໝັ້ນຄົງ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ຕັ້ງໜ້າປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ຢູ່ໃນໂລກ.






