• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດ​ພົ້ນ​ເດັ່ນ​ໃນ​ການ​ສົ່ງ​ອອກ​ນຳ​ເຂົ້າປີ 2024 ຂອງ ຫວຽດ​ນາມ

ພ້ອມກັບກາເຟ, ຂະແໜງໝາກມ່ວງຫິມະພານ ຫວຽດນາມ ກໍ່ຮັບຮູ້ຂີດໝາຍປະຫວັດສາດດ້ວຍວົງເງິນສົ່ງອອກບັນລຸ 4.3 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບກັບປີ 2023.
(ພາບ: tapchicongthuong.vn)

ຕາມກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ຍອດວົງເງິນສົ່ງອອກນຳເຂົ້າຂອງ ຫວຽດນາມ ໃນປີ 2024 ບັນລຸເກືອບ 800 ຕື້ USD, ເພີ່ມຂຶ້ນ 15% ເມື່ອທຽບກັບປີ 2023 ແລະ ລື່ນກາຍເກືອບ 3 ເທົ່າແຜນການໄດ້ຮັບມອບໝາຍ.

ໃນນັ້ນ, ຍອດວົງເງິນສົ່ງອອກນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຄາດວ່າບັນລຸ 62.5 ຕື້ USD ເພີ່ມຂຶ້ນ 18.7% ເມື່ອທຽບກັບປີ 2023. ນຳໜ້າແມ່ນຜັກ, ໝາກໄມ້ ຊື່ງຄາດວ່າບັນລຸ 7.2 ຕື້ USD. ປີ 2025, ຫວຽດນາມ ວາງເປົ້າໝາຍລອດເຂົ້າກຸ່ມ 5 ປະເທດອັນດັບໜຶ່ງໃນໂລກກ່ຽວກັບການສົ່ງອອກໝາກໄມ້. ທ່ານ ດັ້ງຝຸກງວຽນ, ເລຂານຸການໃຫ່ຍສະຫະສະມາຄົມຜັກໝາກໄມ້ ຫວຽດນາມ ໃຫ້ຮູ້ວ່າ:

ປີນີ້ບັນລຸໄດ້ 7.2 ຕື້ USD,  ປີໜ້າອາດຈະບັນລຸໄດ້ 8 ຕື້ USD. ມີຫຼາຍປັດໄຈໃໝ່ປະກົດຂຶ້ນຄື: ໝາກຖົ່ວລຽນແຊເຢັນ, ໝາກພ້າວສົດສົ່ງອອກໄປ ຈີນ, ສ່ວນໝາກໜອດພວມເຈລະຈາກັບ ອາເມລິກາເພື່ອສົ່ງອອກ.

ຢືນອັນດັບທີສອງແມ່ນເຂົ້າສານ, ປີ 2024, ຫວຽດນາມ ບັນລຸລະດັບສະຖິຕິທັງດ້ານປະລິມານ ແລະ ມູນຄ່າສົ່ງອອກ, ປະມານ 9 ລ້ານໂຕນດ້ວຍເກືອບ 5.8 ຕື້ USD. ຢືນອັນດັບທີສາມແມ່ນກາເຟ. ພ້ອມກັບກາເຟ, ຂະແໜງໝາກມ່ວງຫິມະພານ ຫວຽດນາມ ກໍ່ຮັບຮູ້ຂີດໝາຍປະຫວັດສາດດ້ວຍວົງເງິນສົ່ງອອກບັນລຸ 4.3 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບກັບປີ 2023.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top