• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຸດທີ່ເປັນເອກະລັກສະເພາະຂອງຕະຫຼາດນັດໃນບຸນເຕັດເຊິ່ງຈັດຕັ້ງໃນຍາມກາງຄືນ


ບຸນ​ເຕັດ, ຕະຫຼາດ​ສາລາ ບິ​ກລາ
(ພາບອິນເຕີແນັດ)

      ນັບ​ແຕ່​ກາງຄືນ​ວັນ​ທີ 2 ​ເຖິງ​ຕອນ​ເຊົ້າ​ວັນ​ທີ 3 ຂອງ​ບຸນ​ເຕັດ, ຕະຫຼາດ​ສາລາ ບິ​ກລາ, ຢູ່​ຕາ​ແສງ ຈ້ຽວດົງ, ​ເມືອງ ຈ້ຽວຟອງ, ​ແຂວງ ກວາງ​ຈິ ກໍ່​ຖືກ​ຈັດຕັ້ງ. ​ເຖິງ​ວ່າ​ພຽງ​ແຕ່​ຈັດ​ຕັ້ງ​ໃນ​ຄືນ​ໜຶ່ງ​ດຽວ​ກໍ່ຕາມ, ​ແຕ່​ຕະຫຼາດນັດ​ນີ້​ພັດ​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ, ດຶງ​ດູດ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຕະຫຼາດ​ນັບ​ພັນ​ເທື່ອ​ຄົນ. ຕະຫຼາດນັດ​ນີ້​ໄດ້​ມີ​ມາ​ກ່ອນ​ນີ້​ນັບ​ຮ້ອຍ​ປີ, ທຸກ​ຄົນ​ມາ​ແຫ່ງ​ນີ້​ເພື່ອ​ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕະຫຼາດນັດ​ແມ່ນ, ຜູ້​ຂາຍ​ບໍ່​ເວົ້າ​ລາຄາ​ສູງ​ກວ່າ​ລາຄາ​ທີ່ຂາຍຕົວ​ຈິງ ​ແລະ ຜູ້​ຊື້​ກໍ່​ບໍ່​ຕໍ່​ລາຄາ​ຈັກ​ເທື່ອ. ຜູ້​ມາ​ແຫ່ງ​ນີ້​ລ້ວນ​ແຕ່​ມີ​ທັດສະນະ​ວ່າ, ຈະ​ຊື້​ໂຊກ​ຊື້​ໄຊ​ໄດ້​ຫຼາຍ ​ແລະ ລົບ​ລ້າງ​ບັນດາ​ສິ່ງ​ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ໃໝ່. ພາກສ່ວນ​ສຳຄັນ​ທີ່​ສຸດ​ຂອງ​ງານ​ບຸນ​ຕະຫຼາດນັດ​ສາລາ ບິ​ກລາ ​ແມ່ນ​ພິທີ​ຮຽກ​ເທວະ​ດາ​ເຕົ່າ. ​ເອື້ອຍ ຫງວຽນ​ທິກ​ວີ່ນຍື, ຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ຕະຫຼາດນັດ​ສາລາ, ​ແບ່ງປັນ​ວ່າ:
        “ປີ​ໃດ​ນ້ອງ​ກໍ່​ແວ່​ຕະຫຼາດນັດ​ສາລາ ບິ​ກລາ. ງານ​ບຸນ​ນີ້​ມີ​ຊື່​ສຽງ​ແຕ່​ດົນ​ແລ້ວ, ນ້ອງ​ກໍ່​ຢາກ​ມາ​ແຫ່ງ​ນີ້​ເພື່ອ​ພາວະນາ​ໃຫ້​ມີ​ຄວາມ​ໂຊກ​ດີ​ຕະຫຼອດ​ປີ ​ແລະ ຊື້​​ເຄື່ອງ​ເປັນ​ທີ່​ລະນຶກ​ບາງ​ຢ່າງ​ເພື່ອ​ພາວະນາ​ຂໍ​ຄວາມ​ໂຊກ​ດີ“.
(ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top