• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ແລະ ໂບລີເວຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ: ຈີນ ແລະ ໂບລີເວຍ ຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ຽວກັບການເມືອງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ.

ວັນທີ 28 ເມສາ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ເຈລະຈາກັບທ່ານນາງ ລັດຖະມົນຕີການຕ່າງປະເທດ ໂບລີເວຍ Celinda Sosa Lunda ຢູ່ ປັກກິ່ງ, ສອງຝ່າຍໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືສອງຝ່າຍ ແລະ ສົມທົບກັບຫຼາຍຝ່າຍ.

ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ: ຈີນ ແລະ ໂບລີເວຍ ຄວນສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນກ່ຽວກັບການເມືອງ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງປະເທດ, ອົງການນິຕິບັນຍັດ ແລະ ບັນດາພັກຍການເມືອງ ຂອງສອງປະເທດ; ຂຸດຄົ້ນຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂົງເຂດໃໝ່ຄືເສດຖະກິດດີຈີຕອນ, ກະສິກຳເຂດພູສູງ, ຖະແຫຼງຂ່າວ ແລະ ສື່ສານ, ພັດທະນາສີຂຽວ…

 ສ່ວນທ່ານນາງລັດຖະມົນຕີການຕ່າງປະເທດ ໂບລີເວຍ Celinda Sosa Lunda ຖືວ່າ ຈີນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ໂບລີເວຍ, ພ້ອມທັງຖືວ່າ: ໂບລີເວຍ ປາດຖະໜາຢາກຍົກລະດັບການຮ່ວມມືກັບຈີນ ໃນຫຼາຍຂົງເຂດຄື: ເສດຖະກິດ ແລະ ການຄ້າ. ທ່ານນາງ Celinda Sosa Lunda ເນັ້ນໜັກວ່າ: ໂບລີເວຍ ພ້ອມແລ້ວເຂົ້າຮ່ວມຊຸກຍູ້ການພົວພັນ ອາເມລິກາ ລາຕິນ -  ຈີນ ໃຫ້ດີກ່ວາອີກ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top