• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ເຊື່ອມຕໍ່ບັນດາຖ້ຽວບິນຂົນສົ່ງຜູ້ໂດຍສານເປັນປະຈຳກັບ 58 ປະເທດ

ໃນໄລຍະຈະມາເຖິງ, ຕະຫຼາດຂົນສົ່ງຜູ້ໂດຍສານພາຍໃນປະເທດຂອງ ຈີນ ຈະສືບຕໍ່ຮັກສາທ່າຟື້ນຟູ, ຈຳນວນຖ້ຽວບິນຄາດວ່າຈະເພີ່ມຂຶ້ນຄືນໃໝ່ ແລະ ລື່ນລະດັບກ່ອນເກີດໂລກລະບາດ.
  ຕະຫຼາດການບິນພົນລະເຮືອນຂອງ ຈີນ ໄດ້ຟື້ນຟູຢ່າງໄວ (ພາບ: Reuters)  

ວັນທີ 16 ກຸມພາ, ກົມການບິນພົນລະເຮືອນຂອງ ຈີນ ໃຫ້ຮູ້ວ່າ, ປະເທດນີ້ໄດ້ເຊື່ອມຕໍ່ບັນດາຖ້ຽວບິນຕາມແຜນການບິນກັບ 58 ປະເທດໃນໂລກຄືນໃໝ່, ໃນນັ້ນມີບັນດາປະເທດ ອາຊີ - ປາຊີຟິກ, ກວມເອົາກວ່າ 70% ຈຳນວນຖ້ຽວບິນໄດ້ເພີ່ມຂຶ້ນ.

ກ່າວຄຳເຫັນທີ່ກອງປະຊຸມຂ່າວໃນວັນທີ 16 ກຸມພາຢູ່ ປັກກິງ, ທ່ານນາງ ຊາງເຂືອຈາ, ເຈົ້າໜ້າທີ່ກົມການບິນພົນລະເຮືອນ ຈີນ, ໃຫ້ຮູ້ວ່າ ພາຍຫຼັງການຫຼຸດຂັ້ນຄຸ້ມຄອງສຳລັບໂລກລະບາດໂຄວິດ-19 ແຕ່ວັນທີ 08 ມັງກອນ, ຕະຫຼາດການບິນພົນລະເຮືອນຂອງປະເທດນີ້ໄດ້ຟື້ນຟູຢ່າງໄວ ຍ້ອນກົງກັບໂອກາດບຸນປີໃໝ່ປະຈຳຊາດ. ໃນໄລຍະຈະມາເຖິງ, ຕະຫຼາດຂົນສົ່ງຜູ້ໂດຍສານພາຍໃນປະເທດຂອງ ຈີນ ຈະສືບຕໍ່ຮັກສາທ່າຟື້ນຟູ, ຈຳນວນຖ້ຽວບິນຄາດວ່າຈະເພີ່ມຂຶ້ນຄືນໃໝ່ ແລະ ລື່ນລະດັບກ່ອນເກີດໂລກລະບາດ.

ກ່ອນໜ້ານັ້ນ, ຕາມແຫຼ່ງຂ່າວຈາກຜູ້ຕາງໜ້າບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines), ໃນເດືອນ ມີນາ ແລະ ເມສາ ປີ 2023, ມີ 9/10 ສາຍການບິນໄປ ຈີນ ຈະໄດ້ຮັບການຟື້ນຟູ ພາຍຫຼັງເກີດໂລກລະບາດໂຄວິດ-19 ເປັນເວລາ 3 ປີ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top