• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ລັດ​ເຊຍ ລາດ​ຕະ​ເວນ​ຮ່ວມ​ຢູ່ເຂດ​ນ່ານ​ຟ້າ​ທີ່ເຂດ​ທະ​ເລ ຍີ່​ປຸ່ນ ແລະ ທະ​ເລ​ຮ​ວາ​ຕ​ຸງ

ວັນທີ 6 ມິຖຸນາ, ກະຊວງປ້ອງກັນປະເທດ ຈີນ ໃຫ້ຮູ້ວ່າ ປະເທດນີ້ ພ້ອມກັບ ລັດເຊຍ ໄດ້ດຳເນີນການລາດຕະເວນຍຸດທະສາດທາງອາກາດຢູ່ເຂດທະເລ ຍີ່ປຸ່ນ ແລະ ທະເລຮວາຕຸງ.
(ພາບປະກອບ: Kyodo/TTXVN)

ນີ້ແມ່ນການລາດຕະເວນຮ່ວມຄັ້ງທີ 6 ລະຫວ່າງ 2 ປະເທດ ນັບແຕ່ປີ 2019, ເຊິ່ງໄດ້ດຳເນີນໃນສະພາບການທີ່ ປັກກິ່ງ ແລະ ມົດສະກູ ເພີ່ມທະວີການຮ່ວມມືດ້ານການທະຫານ. ຖະແຫຼງການຂອງກະຊວງປ້ອງກັນປະເທດ ຈີນ ຊີ້ແຈ້ງວ່າ ການລາດຕະເວນດັ່ງກ່າວນອນໃນຂອບເຂດການຮ່ວມມືປະຈຳປີລະຫວ່າງກອງທັບສອງປະເທດ.

ກ່ອນໜ້ານັ້ນ, ເດືອນພະຈິກ ປີ 2022, ເຮືອບິນຂອງ ລັດເຊຍ, ໃນນັ້ນ ມີເຮືອບິນຖີ້ມລະເບີດຍຸດທະສາດ ໄດ້ດຳເນີນການລາດຕະເວນຮ່ວມກັບເຮືອບິນຖີ້ມລະເບີດຂອງ ຈີນ ຢູ່ທະເລ ຍີ່ປຸ່ນ ແລະ ທະເລຮວາຕຸງ ເຊັ່ນດຽວກັນ. ໃນຂະນະນັ້ນ, ກຳລັງພິທັກຮັກສາທາງອາກາດຂອງ ຍີ່ປຸ່ນ ໄດ້ຈັດສົ່ງເຮືອບິນສູ້ຮົບໄປຍັງເຂດນ່ານຟ້າດັ່ງກ່າວ ແລະ ສະແດງຄວາມວິຕົກກັງວົນຕໍ່ການກະທຳຂອງ ລັດເຊຍ ແລະ ຈີນ ຜ່ານຊ່ອງທາງການທູດ.

(ແຫຼ່ງຄັດຈາກ VOV)

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ອິດ​ສະ​ຣາ​ແອັນ ແລະ ເຮັກ​ໂບ​ລາ ສືບ​ຕໍ່​ການ​ປະ​ທະ​ກັນ

ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ຂອງ ອິດ​ສະ​ຣາ​ແອັນ ໄດ້​ເຮັດ​ໃຫ້ 2600 ຄົນ​ເສຍ​ຊີ​ວິດ, ກ່​ວາ 8000 ຄົ​ນ​ຖືກ​ບາດ​ເຈັບ ແລະ ກ່​ວາ 1.2 ຄົນ​ຕ້ອງ​ຍົກ​ຍ້າຍ​ໃນ​ທົ່ວ​ປະ​ເທດ.

Top