• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ, ລັດເຊຍ ປຶກສາຫາລືກ່ຽວກັບການພົວພັນຮ່ວມມືຍຸດທະສາດຮອບດ້ານ

      ວັນທີ 18 ພະຈິກ, ໃນການເຈລະຈາກັບຄູ່ຕຳແໜ່ງ ລັດເຊຍ Sergey Lavrov, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ຢັ້ງຢືນວ່າ, ການພົວພັນລະຫວ່າງ ຈີນ ແລະ ລັດເຊຍ ໄດ້ຮັບການຢັ້ງຢືນຜ່ານໄລຍະເກີດໂລກລະບາດໂຄວິດ - 19. ທ່ານເນັ້ນໜັກວ່າ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ຈະສືບຕໍ່ເຮັດໃຫ້ການຄ້າສອງຝ່າຍຈະໄດ້ຮັບການຟື້ນຟູຄືນໃໝ່ໂດຍໄວ ໃຫ້ເລິກເຊິ່ງ.

ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ແລະ ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov (ພາບ: MEM)
            ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ສະແດງຄວາມພ້ອມຕໍ່ການຮັກສາການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັບປະກັນຜົນສຳເລັດຂອງປີ ລັດເຊຍ - ຈີນ ກ່ຽວກັບຂໍ້ລິເລີ່ມວິທະຍາສາດ ແລະ ເຕັກໂນໂລຢີ, ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດໃນຫຼາຍຂົງເຂດ ເພື່ອມຸ່ງໄປເຖິງການບັນລຸໄດ້ບັນດາໝາກຜົນໃໝ່. ທ່ານ Sergey Lavrov ໃຫ້ຄຳໝັ້ນສັນຍາວ່າ ມົດສະກູ ພ້ອມແລ້ວທີ່ຈະສົມທົບກັບ ປັກກິ່ງ ຢ່າງແໜ້ນແຟ້ນໃນພື້ນຖານຫຼາຍຝ່າຍຄື ສປຊ, ສະພາຄວາມໝັ້ນຄົງ ສປຊ, ອົງການຮ່ວມມື ຊຽງໄຮ້ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດໃໝ່ທີ່ຫາກໍພົ້ນເດັ່ນແຖວໜ້າໂລກ (BRICS), ພ້ອມກັນປົກປ້ອງສະຖຽນລະພາບຂອງສະພາບການສາກົນ ແລະ ພາກພື້ນ, ໜູນຊ່ວຍບັນດາປະເທດໃນພາກພື້ນຕໍ່ສູ້ກັບລັດທິຫົວຮຸນແຮງ, ສະໜັບສະໜູນຂອບເຂດການຮ່ວມມືໃນພາກພື້ນ ອາຊີຕາເວັນອອກ ດ້ວຍ ອາຊຽນ ສວມບົດບາດເປັນໃຈກາງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top