• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຢັ້ງຢືນຄວບຄຸມໄດ້ການຜັນແປຂອງໂລກລະບາດໂຄວິດ -19

ທ່ານນາງ ໝາວໜິງ ໃສ່ໃຈວ່າ ນັບແຕ່ໂລກໂຄວິດ -19 ແຜ່ລະບາດ, ລັດຖະບານຈີນ ໄດ້ປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນຢ່າງມີປະສິດທິຜົນໃນໄລຍະທີ່ເກີດໄວຣັດອັນຕະລາຍທີ່ສຸດ.
ຊາວຜູ້ອອກແຮງງານ ຈີນ ໃຊ້ຜ້າປິດປາກເພື່ອກັນໂຄວິດ -19 (ພາບ:AFP/TTXVN)

ກ່າວຄຳເຫັນໃນວັນທີ 23 ທັນວາ, ທີ່ການປະຊຸມຖະແຫຼງຂ່າວນັດສາມັນຢູ່ນະຄອນຫຼວງ ປັກກິ່ງ, ທ່ານນາງ ໝາວໜິງ, ໂຄສົກກະຊວງການຕ່າງປະເທດ ຈີນ ໄດ້ຢັ້ງຢືນໂດຍພື້ນຖານ, ກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ -19 ຢູ່ປະເທດນີ້ແມ່ນສາມາດຄາດຄະເນ ແລະ ຄວບຄຸມໄດ້.

ທ່ານນາງ ໝາວໜິງ ໃສ່ໃຈວ່າ ນັບແຕ່ໂລກໂຄວິດ -19 ແຜ່ລະບາດ, ລັດຖະບານຈີນ ໄດ້ປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນຢ່າງມີປະສິດທິຜົນໃນໄລຍະທີ່ເກີດໄວຣັດອັນຕະລາຍທີ່ສຸດ. ເມື່ອໂລກລະບາດກ້າວເຂົ້າສູ່ໄລຍະໃໝ່, ຈີນ ໄດ້ເປັນເຈົ້າການຫັນບັນດາມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມໃຫ້ດີທີ່ສຸດ ເພື່ອຮັບປະກັນວ່າບັນດາມາດຕະການມີລັກສະນະວິທະຍາສາດ, ຊັດເຈນ ແລະ ມີປະສິດທິຜົນກ່ວາ. ປະຈຸບັນ, ອັດຕາຜູ້ສັກວັກຊິນກັນພະຍາດພວມເພີ່ມຂຶ້ນ, ຄວາມສາມາດປິ່ນປົວສືບຕໍ່ໄດ້ຍົກສູງຂຶ້ນ, ກຳລັງຄວາມສາມາດຜະລິດອຸປະກອນການແພດນັບມື້ນັບໄດ້ເປີດກ້ວາງ ແລະ ຮັບປະກັນໄດ້ແຫຼ່ງສະໜອງລວມຢ່າງຄົບຖ້ວນ.

ທ່ານນາງ ໝາວໜິງ ກໍ່ໃຫ້ຮູ້ວ່າ ຈີນ ໄດ້ແບ່ງປັນຂໍ້ມູນຂ່າວທີ່ກ່ຽວຂ້ອງກັບ ອົງການອະນາໄມໂລກ (WHO) ແລະ ປະຊາຄົມສາກົນຢ່າງມີຄວາມຮັບຜິດຊອບ ແລະ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນເພື່ອຮັບມືກັບບັນດາສິ່ງທ້າທາຍຂອງໂລກລະບາດໂຄວິດ -19 ຢ່າງມີປະສິດທິຜົນກ່ວາ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top