• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຕຳໜິຕິຕຽນ ອາເມລິກາ ສ້າງຕັ້ງກອງກຳລັງ ອາວະກາດ

      ວັນທີ 23 ທັນວາ, ລັດຖະບານຈີນກ່າວເຕືອນອາເມລິກາທີ່ພວມຫັນປ່ຽນອາວະກາດ ກາຍເປັນ ສະໜາມຮົບ”, ພາຍຫຼັງອຳນາດການປົກຄອງ ວໍຊິງຕັນ ປະກາດ ເຫຼົ່າທັບໃໝ່ທີ່ມີຊື່ວ່າ ກອງກຳລັງ ອາວະກາດ.

ທ່ານ ລຸກາງ ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN)
      ກ່າວຄຳເຫັນທີ່ການຖະແຫຼງຂ່າວປະຈຳປີ, ທ່ານ ລຸກາງ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ກ່າວເຕືອນອາເມລິກາ ທີ່ພວມ ເດີນຕາມເປົ້າໝາຍ “ປະກອບອາວຸດ” ອາວະກາດ, ລະເມີດຄວາມເຫັນດີເຫັນພ້ອມຂອງສາກົນກ່ຽວກັບເລື່ອງນ້ຳໃຊ້ສັນຕິພາບອາວະກາດ, ນາບຂູ່ໂດຍກົງເຖິງອາວະກາດ, ສັນຕິພາບ ແລະ ຄວາມໝັ້ນຄົງ.
        ກ່ອນໜ້ານັ້ນ ໃນວັນທີ 20 ທັນວາ, ທ່ານ ປະທານາທິບໍດີ Donald Trump ໄດ້ລົງນາມໃຫ້ສັດຕະຍາບັນກົດໝາຍວ່າດ້ວຍມາດຖານການປ້ອງກັນຊາດ ປີ 2020 ລວມມີ ການສ້າງຕັ້ງກອງກຳລັງ ອາວະກາດ ໂດຍແມ່ນ ເຫຼົ່າທັບທາງການທີ 6 ຂອງ ກອງທັບອາເມລິກາ.
 (ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top