• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ຍົກ​ອອກ​ແນວຄິດ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ

ວັນທີ 29 ມິຖຸນາ, ທ່ານ ເກິງສາງ ຮອງຫົວໜ້າຄະນະຜູ້ຕາງໜ້າຈີນ ປະຈຳ ສປຊ ໄດ້ຖືວ່າກການຫັນປ່ຽນຈາກສົນທິສັນຍາຢຸດຍິງ ໃນປັດຈຸບັນ ກາຍເປັນກົນໄກຮ່ວມມື ແມ່ນຂໍ້ກຸນແຈ ເພື່ອແກ້ໄຂບັນຫາແຫຼມເກົາຫຼີ.
ທ່ານ ເກິງສາງ ຮອງຫົວໜ້າຄະນະຜູ້ຕາງໜ້າຈີນ ປະຈຳ ສປຊ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ສະມັດຊາໃຫຍ່ ສປຊ ກ່ຽວກັບບັນຫານິວເຄຼຍ ຢູ່ແຫຼມເກົາຫຼີ, ທ່ານ ເກິງສາງ ໄດ້ເນັ້ນໜັກວ່າ ເພື່ອແກ້ໄຂບັນດາພື້ນຖານຢູ່ແຫຼມເກົາຫຼີນີ້, ຕ້ອງປະຕິບັດຂັ້ນຕອນຫັນປ່ຽນຈາກການຢຸດຍິງກາຍເປັນກົນໄກສັນຕິພາບ ເຊິ່ງ ຈີນໄດ້ຮຽກຮ້ອງ ແລະ ຕັ້ງໜ້າປະຕິບັດໃນຫຼາຍປີຜ່ານມາ.

ທ່ານສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຄວາມເຄັ່ງຕຶງ ແລະ ສູ້ຢັນກັນທີ່ພວມເກີດຂຶ້ນຢູ່ແຫຼມເກົາຫຼີ, ພ້ອມທັງຍົກໃຫ້ເຫັນຢ່າງຈະແຈ້ງບັນດາຜົນກະທົບທີ່ໃຫຍ່ຫຼວງຕໍ່ສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກ. ທ່ານເກິງສາງ ໄດ້ຮຽກຮ້ອງການຮ່ວມມືຈາກທຸກຝ່າຍ, ພິເສດແມ່ນ ອາເມລິກາ, ພ້ອມທັງເລັ່ງທວງໃຫ້ ອາເມລິກກາພິຈາລະນາຄືນໃໝ່ ວິທີການສຳຜັດຂອງປະເທດນີ້ ຕໍ່ບັນດາການພົວພັນສາກົນ ແລະ ວິທີການແກ້ໄຂການປະທະກັນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top