• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຈີນ ຈັດວາງອັດຕາພາສີ 125% ສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ

ການກະທຳນີ້ ດຳເນີນພາຍຫລັງອຳນາດການປົກຄອງຂອງ ປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນ ຍອດລະດັບອັດຕາພາສີສຳລັບສິນຄ້າ ຈີນ ແມ່ນ 145%
ທ່າກຳປັ່ນ ທຽນຈີນ, ປະເທດ ຈີນ. ພາບປະກອບ: TTXVN

ຕອນບ່າຍວັນທີ 11 ເມສາ, ຂ່າວສານ  ຊີນຮວາຂອງຈີນ  ໄດ້ຄັດສະເຫນີແຈ້ງການຂອງ ກະຊວງການເງິນ ຈີນ ແລະ ຄະນະກຳມະການພາສີອາກອນ ລັດຖະບານ ຈີນ ໃຫ້ຮູ້ວ່າ: ຈີນ ຈະຈັດວາງອັດຕາພາສີເພີ່ມ 125% ສຳລັບທັງໝົດສິນຄ້າທີ່ມີຕົ້ນກຳເນີດຈາກ ອາເມລິກາ ນຳເຂົ້າປະເທດນີ້ ໂດຍເລີ່ມຕົ້ນແຕ່ວັນທີ 12 ເມສາ. ນີ້ແມ່ນຄັ້ງທີ 3 ໃນເວລາ 3 ວັນຜ່ານມາ ປັກກິ່ງ ເພີ່ມອັດຕາພາສີສຳລັບສິນຄ້າ ອາເມລິກາ.

ການກະທຳນີ້ ດຳເນີນພາຍຫລັງອຳນາດການປົກຄອງຂອງ ປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນ ຍອດລະດັບອັດຕາພາສີສຳລັບສິນຄ້າ ຈີນ ແມ່ນ 145%, ລວມມີ ລະດັບອັດຕາພາສີເພີ່ມ 125% ໂດຍໄດ້ປະກາດໃນວັນທີ 9 ເມສາ ບວກກັບອັດຕາພາສີ 20% ຊື່ງຈັດວາງກ່ອນນັ້ນ. ອັດຕາພາສີນີ້ ແມ່ນມີຜົນສັກສິດແຕ່ວັນທີ 9 ເມສາ.

(ແຫຼ່ງຄັດຈາກ VOV)

ພິທີບູຊາຂວັນຄວາຍ ຮັກສາປະເພນີດັ້ງເດີມ ຢູ່ ລາຍເຈົາ

ພິທີບູຊາຂວັນຄວາຍ ຮັກສາປະເພນີດັ້ງເດີມ ຢູ່ ລາຍເຈົາ

ໃນຂອບເຂດ ງານເທດສະການວັດທະນະທຳແຫ່ງຊາດ ເຜົ່າລື້ ປີ 2026 (ພາຍໃຕ້ຫົວຂໍ້ “ສີສັນວັດທະນະທຳ ເຜົ່າລື້”, ຕາແສງ ຂຸນຮ໋າ, ແຂວງ ລາຍເຈົາ ໄດ້ຟື້ນຟູ ງານບຸນປະເພນີ ສູ່ຂວັນຄວາຍ. ຈຸດເດັ່ນ ແມ່ນພິທີ ສູ່ຂວັນຄວາຍ, ສະແດງໃຫ້ເຫັນຄວາມຮູ້ບຸນຄຸນ ຕໍ່ກັບສັດລ້ຽງ ທີ່ໄດ້ອອກແຮງງານຢ່າງອິດເມື່ອຍ, ຫວັງວ່າລາດູການຈະໄດ້ຮັບຜົນດີ, ຊີວິດການເປັນຢູ່ອີ່ມໜຳສຳລານ, ປະກອບສ່ວນຮັກສາປະເພນີທາງດ້ານຈິດໃຈ ຂອງຊຸມຊົນ ເຜົ່າລື້.

Top