ຈີນ ຈັດວາງອັດຕາພາສີ 125% ສຳລັບສິນຄ້ານຳເຂົ້າຈາກ ອາເມລິກາ

ການກະທຳນີ້ ດຳເນີນພາຍຫລັງອຳນາດການປົກຄອງຂອງ ປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນ ຍອດລະດັບອັດຕາພາສີສຳລັບສິນຄ້າ ຈີນ ແມ່ນ 145%
ທ່າກຳປັ່ນ ທຽນຈີນ, ປະເທດ ຈີນ. ພາບປະກອບ: TTXVN

ຕອນບ່າຍວັນທີ 11 ເມສາ, ຂ່າວສານ  ຊີນຮວາຂອງຈີນ  ໄດ້ຄັດສະເຫນີແຈ້ງການຂອງ ກະຊວງການເງິນ ຈີນ ແລະ ຄະນະກຳມະການພາສີອາກອນ ລັດຖະບານ ຈີນ ໃຫ້ຮູ້ວ່າ: ຈີນ ຈະຈັດວາງອັດຕາພາສີເພີ່ມ 125% ສຳລັບທັງໝົດສິນຄ້າທີ່ມີຕົ້ນກຳເນີດຈາກ ອາເມລິກາ ນຳເຂົ້າປະເທດນີ້ ໂດຍເລີ່ມຕົ້ນແຕ່ວັນທີ 12 ເມສາ. ນີ້ແມ່ນຄັ້ງທີ 3 ໃນເວລາ 3 ວັນຜ່ານມາ ປັກກິ່ງ ເພີ່ມອັດຕາພາສີສຳລັບສິນຄ້າ ອາເມລິກາ.

ການກະທຳນີ້ ດຳເນີນພາຍຫລັງອຳນາດການປົກຄອງຂອງ ປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນ ຍອດລະດັບອັດຕາພາສີສຳລັບສິນຄ້າ ຈີນ ແມ່ນ 145%, ລວມມີ ລະດັບອັດຕາພາສີເພີ່ມ 125% ໂດຍໄດ້ປະກາດໃນວັນທີ 9 ເມສາ ບວກກັບອັດຕາພາສີ 20% ຊື່ງຈັດວາງກ່ອນນັ້ນ. ອັດຕາພາສີນີ້ ແມ່ນມີຜົນສັກສິດແຕ່ວັນທີ 9 ເມສາ.


top