• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ​ ຖະ​ແຫລງ​ຈະ​ “ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ຈຳ​ເປັນ” ພາ​ຍ​ຫລັງ​ຈຳ​ກັດ​ການ​ສົ່ງ​ອອກ ຊີບ ຂອງ ອາ​ເມ​ລິ​ກາ

ໂຄສົກກະຊວງການຄ້າ ຈີນ ຖື ບ້ວງມາດຕະການໃຫມ່ທີ່ຈຳກັດການສົ່ງອອກ ຊີບ ແລະ ອຸປະກອນເຄິ່ງຊັກນຳໄຟຟ້າຂອງ ອາເມລິກາ ແມ່ນ “ການກະທຳແບບບັງຄັບດ້ານເສດຖະກິດ.
ສຳນັກງານກະຊວງການຄ້າ ຈີນ (ພາບ: VCG)

ຕອນຄ່ຳວັນທີ 2 ທັນວາ, ຈີນ ໄດ້ຕຳຫນິຕິຕຽນ ເລື່ອງ ອາເມລິກາ ປະກາດໃຊ້ບັນດາການຈຳກັດສຳລັບການສົ່ງອອກ ຊີບ  ແລະ ອຸປະກອນເຄິ່ງຊັກນຳໄຟຟ້າ ຂອງປະເທດນີ້ ແລະ ຖະແຫລງ ຈະ “ປະຕິບັດບັນດາມາດຕະການທີ່ຈຳເປັນ” ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງຕົນ. ໃນຖະແຫລງການຊື່ງເອົາລົງໃນຫນ້າເວັບຢ່າງເປັນທາງການ,           ໂຄສົກກະຊວງການຄ້າ ຈີນ ຖື ບ້ວງມາດຕະການໃຫມ່ທີ່ຈຳກັດການສົ່ງອອກ ຊີບ ແລະ ອຸປະກອນເຄິ່ງຊັກນຳໄຟຟ້າຂອງ ອາເມລິກາ ແມ່ນ “ການກະທຳແບບບັງຄັບດ້ານເສດຖະກິດ ແລະ  ປອດການຕະຫລາດ ພ້ອມທັງເນັ້ນຫນັກວ່າ: ຈີນ ເດັດດ່ຽວຄັດຄ້ານສິ່ງດັ່ງກ່າວ”

ກ່ອນຫນ້ານັ້ນ ໃນວັນດຽວກັນ, ອຳນາດການປົກຄອງ ອາເມລິກາ Joe Biden ໄດ້ປະກາດໃຊ້ບັນດາການຈຳກັດໃຫມ່ສຳລັບການສົ່ງອອກ ຊີບ ແລະ ບາງອຸປະກອນເຄິ່ງຊັກນຳໄຟຟ້າໄປຍັງຈີນ. ນີ້ແມ່ນການປັບໄຫມຄັ້ງທີ 3 ໃນຮອບເວລາ 3 ປີຜ່ານມາ ດ້ວຍຂອບຂະຫນາດຖືກຜົນສະທ້ອນກວມລວມກວ່າ 140 ບໍລິສັດຈີນ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top