
ທ່ານ ອີກາງ, ຜູ້ວ່າການທະນາຄານປະຊາຊົນ (ສູນກາງ) ຈີນ
(ພາບປປະກອບ: AFP/TTXVN)
ທ່ານອີກາງ ໄດ້ຍົກອອກຄຳປາໄສດັ່ງກ່າວໃນມື້ສຸດທ້າຍຂອງກອງປະຊຸມປະຈຳປີກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB), ທີ່ດຳເນີນຢູ່ບາລີ, ປະເທດອິນໂດເນເຊຍ. ພ້ອມກັນນັ້ນ, ທ່ານອີກາງ ກໍ່ກ່າວເຕືອນວ່າ, ການປະທະກັນລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ແຖວໜ້າຂອງໂລກຈະເຮັດໃຫ້ “2 ຝ່າຍລ້ວນແຕ່ຖືກປະລາໄຊ”. ທ່ານເນັ້ນໜັກວ່າ, ຄວາມເຄັ່ງຕຶງດ້ານການຄ້າທີ່ພາໄປເຖິງບັນດາການຄາດຄະເນທີ່ຫຍໍ້ທໍ້ ແລະ ກໍ່ໃຫ້ເກີດສະພາບຂາດສະຖຽນລະພາບ.
(ແຫຼ່ງຄັດຈາກ VOV)