• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ,ລັດເຊຍຕຳໜິຕິຕຽນນະໂຍບາຍນິວເຄຼຍໃໝ່ຂອງອາເມລິກາ

      ຈີນ ໄດ້ຕຳໜິຕິຕຽນ ບົດລາຍງານຕີລາຄາສະພາບການນິວເຄຼຍ 2018 (NPR) ໃໝ່ຂອງອາເມລິກາ ໃນຂະນະທີ່ບົດລາຍງານນີ້ຊີ້ແຈ້ງວ່າ
(ພາບປະກອບ: AP)      
      ຈີນແມ່ນຄູ່ແຂ່ງນິວເຄຼຍທີ່ຊ້ອນແຝງຂອງອາເມລິກາ, ພ້ອມທັງຮຽກຮ້ອງໃຫ້ ວໍຊິງຕັນ ເຄົາລົບຄຳໝັ້ນສັນຍາຫຼຸດຜ່ອນສາງອາວຸດນິວເຄຼຍຂອງຕົນ. ວັນທີ 04 ກຸມພາ, ກະຊວງປ້ອງກັນປະເທດຈີນ ເນັ້ນໜັກວ່າ, ບັນດາການເຄື່ອນໄຫວດ້ານການທະຫານຂອງຈີນ ແມ່ນເພື່ອແນໃສ່ປ້ອງກັນ ແລະ ບັນດາກຳລັງນິວເຄຼຍ ຂອງປະເທດນີ້ກໍ່ຢູ່ໃນລະດັບ “ຕ່ຳສຸດ” ເພື່ອຮັບປະກັນຄວາມໝັ້ນຄົງແຫ່ງຊາດ.
        ໃນຂະນະນັ້ນ, ວັນທີ 03 ກຸມພາ, ທ່ານປະທານຄະນະກຳມການບັນດາບັນຫາສາກົນຂອງສະພາຕ່ຳລັດເຊຍ Leonid Slutsky ຖະແຫຼງວ່າ, NPR ອັນຕະລາຍທີ່ສຸດ ແລະ ອາດພາໄປເຖິງໄລຍະຊ່ວງເສັງ ອາວຸດໃໝ່ໃນໂລກ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Slutsky ເນັ້ນໜັກວ່າ, ກ່ຽວກັບດ້ານພື້ນຖານ NPR ເຊິ່ງກະຊວງປ້ອງກັນປະເທດອາເມລິກາ ຫາກໍ່ປະກາດນັ້ນ ໄດ້ລະເມີດບັນດາຫຼັກການກ່ຽວກັບໄພນາບຂູ່ນິວເຄຼຍ.
        ກ່ອນໜ້ານັ້ນ, ວັນທີ 02 ກຸມພາ, ກະຊວງປ້ອງກັນປະເທດອາເມລິກາ ໄດ້ປະກາດບົດລາຍງານຕີລາຄາສະພາບນິວເຄຼຍ ຢ່າງເປັນທາງການ, ໃນນັ້ນໄດ້ຊີ້ອອກນະໂຍບາຍຂອງອາເມລິກາ ໃນອະນາຄົດມຸ່ງໄປເຖິງການເປີດກວ້າງ ແລະ ພັດທະນາກຳລັງຄວາມສາມາດດ້ານນິວເຄຼຍ.
 (ແຫຼ່ງຄັດຈາກ VOV)

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທີ່ບັນດາການພົບປະເຈລະຈາ, ສົນທະນາ, ການນຳ ຫວຽດນາມ ໄດ້ຕີລາຄາສູງເລື່ອງເປັນຄັ້ງທຳອິດທີ່ຜູ້ສຳເລັດຣາຊະການແຫ່ງເຄືອຈັກະພົບ ອົດສະຕາລີ ມາຢ້ຽມຢາມທາງລັດຖະກິດ ຫວຽດນາມ

Top