• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນຈັດວາງອັດຕາພາສີເພີ່ມເຕີມສຳລັບສິນຄ້ານຳເຂົ້າຈາກອາເມລິກາທີ່ມີມູນຄ່າ 16 ຕື້ USD

      ວັນທີ 08 ສິງຫາ, ກະຊວງການຄ້າຈີນ ໄດ້ແຈ້ງວ່າ, ປະເທດນີ້ຈະຈັດວາງອັດຕາພາສີເພີ່ມເຕີ່ມ 25% ສຳລັບສິນຄ້າທີ່ນຳເຂົ້າຈາກອາເມລິກາ ທີ່ມີມູນຄ່າ 16 ຕື້ USD.
      ບັນດາສິນຄ້າຖືກຈັດວາງອັດຕາພາສີລວມມີ: ນ້ຳມັນ, ບັນດາຜະລິດຕະພັນຫຼັກກ້າ, ລົດໂອໂຕ ແລະ ເຄື່ອງອຸປະກອນການແພດ. ຂໍ້ຕົກລົງດັ່ງກ່າວຖືກຍົກອອກມາພາຍຫຼັງ 1 ວັນທີ່ອາເມລິກາ ແຈ້ງວ່າ ຈະມີຈຳນວນສິນຄ້າຂອງຈີນ ທີ່ມີມູນຄ່າ 16 ຕື້ USD ຈະຖືກຈັດວາງອັດຕາພາສີ 25% ນັບແຕ່ວັນທີ 23 ສິງຫາ, ນີ້ໄດ້ຮັບຖືວ່າແມ່ນການກະທຳເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃນສົງຄາມການຄ້າລະຫວ່າງ 2 ປະເທດ.
        ບັນດາການກະທຳດັ່ງກ່າວຂອງວໍຊິງຕັນ ແລະ ປັກກິ່ງ ໄດ້ຊີ້ໃຫ້ເຫັນວ່າ, ເບິ່ງຄືວ່າ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດນີ້ບໍ່ຢາກຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມການຄ້າທີ່ພວມປິນຂັ້ນໄດໃນປະຈຸບັນ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top