• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນເງິນຕາຕ່າງປະເທດສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ສູງກວ່າທັງປີ 2022

ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ໄດ້ລື່ນກາຍຈຳນວນເງິນຕາຕ່າງປະເທດທີ່ສົ່ງມາຂອງທັງປີ 2022.
(ພາບປະກອບ: TTXVN)

ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ ໃນ 9 ເດືອນປີ 2023 ໄດ້ລື່ນກາຍຈຳນວນເງິນຕາຕ່າງປະເທດທີ່ສົ່ງມາຂອງທັງປີ 2022. ນີ້ແມ່ນໝາກຜົນທີ່ໜ້າປະທັບໃຈ ແລະ ໄດ້ສົ່ງຜົນກະທົບຢ່າງຕັ້ງໜ້າເຖິງພື້ນຖານເສດຖະກິດໃນຫຼາຍແງ່ມູມ.

ວັນທີ 23 ຕຸລາ, ທະນາຄານແຫ່ງລັດ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ໄລ່ຮອດທ້າຍເດືອນ ກັນຍາ 2023, ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ ບັນລຸເກືອບ 6,7 ຕື້ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະ ເທົ່າກັບ 101,3% ເມື່ອທຽບໃສ່ທັງປີ 2022.

ຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມາຈາກເຂດ ອາຊີ ສືບຕໍ່ກວມເອົາອັດຕາສູງທີ່ສຸດ (53,1%) ໃນຈຳນວນເງິນຕາຕ່າງປະເທດທີ່ສົ່ງກັບມານະຄອນ ໂຮ່ຈີມິນ. ດ້ວຍຄວາມສະຖຽນລະພາບດ້ານເສດຖະກິດ, ການເມືອງ ແລະ ສັງຄົມຂອງພາກພື້ນ ອາຊີ ໃນປະຈຸບັນ, ພາກພື້ນນີ້ຈະສືບຕໍ່ສົ່ງຜົນກະທົບທີ່ຕັ້ງໜ້າເຖິງການເຕີບໂຕດ້ານເງິນຕາຕ່າງປະເທດທີ່ສົ່ງກັບມາ ຫວຽດນາມ ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ບຸ​ລິ​ມະ​ສິດພັດ​ທະ​ນາ​ຂອງ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າ​ຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື​ຂອງ ສ​ປ​ຊ ແລະ UNDP ປະ​ຈຳ ຫວຽດ​ນາມ.

Top