• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳນວນເງິນກ່ວາ 11.000 ຕື້ ດົ່ງ ລົງທຶນເຂົ້າການປຸງແຕ່ງຜະລິດຕະພັນການກະເສດ

      ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນ ກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.

ພາບປະກອບ: ບໍລິສັດ ຜະລິດ ແລະ ດຳເນີນທຸລະກິດ ວຽດຮຶງ ຈຳກັດ , ຕາແສງ ຮ່ວາຍເຕິນ, ເມືອງ ຮ່ວາຍເຍີນປຸງແຕ່ງ ໝາກມ່ວງຫິມະພານເພື່ອສົ່ງອອກ (ພາບ: TTXVN)
      ດ້ວຍການກະທົບຂອງ ບັນດານະໂຍບາຍສົງເສີມການລົງທຶນເຂົ້າຂະແໜງກະສິກຳ, ຊົນນະບົດ; ຂະແໜງອຸດສາຫະກຳການປຸງແຕ່ງ, ການເກັບຮັກສາຜະລິດຕະພັນກະເສດ ຫວຽດນາມ ໄດ້ຮັບການຍົກສູງກຳລັງຄວາມສາມາດ ເທື່ອລະກ້າວ. ໃນ 6 ເດືອນຕົ້ນປີ 2019, ທົ່ວປະເທດ ມີ 11 ໂຄງການລົງທຶນເຂົ້າການປຸງແຕ່ງຜະລິດຕະພັນ ກະເສດດ້ວຍຍອດເງິນລົງທຶນກ່ວາ 11.415 ຕື້ດົ່ງ ເຊິ່ງໄດ້ ລົງມືກໍ່ສ້າງ, ເປີດນຳເຂົ້າເຄື່ອນໄຫວແລ້ວ.
        ນັບແຕ່ປີ 2018 ມາຮອດປັດຈຸບັນ, ຍອດເງິນລົງທຶນກ່ວາ 20.000 ຕື້ດົ່ງ ໄດ້ລົງທຶນເຂົ້າການປຸງແຕ່ງຜະລິດຕະພັນກະເສດດ້ວຍ 30 ໂຄງການໄດ້ດຳເນີນການເຄື່ອນໄຫວ ແລະ ພວມໄດ້ຜັນຂະຫຍາຍໃນທົ່ວປະເທດ. ເມື່ອບັນດາໂຄງການນີ້ສຳເລັດ ແລະ ນຳເຂົ້າການເຄື່ອນໄຫວຈະສ້າງບາດກ້າວບຸກທະລຸກ່ຽວກັບການປຸງແຕ່ງເພື່ອສົງອອກຜະລິດຕະພັນກະເສດ. ຈາກນັ້ນ, ຊ່ວຍຍົກສູງຄຸນນະພາບ, ຮູບແບບ ແລະ ບັນດາປະເພດຜະລິດຕະພັນກະເສດມີຄວາມເປັນຫຼາຍຮູບຫຼາຍແບບ, ປະກອບສ່ວນຈຳໜ່າຍຜະລິດຕະພັນ ກະເສດໃຫ້ແກ່ຊາວກະສິກອນ.
 (ແຫຼ່ງຄັດຈາກ VOV)
 

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top