• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳກັດຖ້ຽວບິນພາຍໃນປະເທດໂດຍສານແຂກໄປຍັງບັນດາ ແຂວງ ທີ່ພວມປະຕິບັດການແຍກຫ່າງໃນສັງຄົມ

      ກົມການບິນ ຫວຽດນາມ ກໍ່ມີເອກະສານຮຽກຮ້ອງໃຫ້ບັນດາບໍລິສັດການບິນ, ທ່າອາກາດສະຍານສ້າງເງື່ອນໄຂໂດຍສານປະຊາຊົນແຕ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ກັບເມືອທ້ອງຖິ່ນ.
ຈຳກັດຖ້ຽວບິນພາຍໃນປະເທດໂດນສານແຂກໄປຍັງບັນດາ ແຂວງ ທີ່ພວມປະຕິບັດການແຍກຫ່າງໃນສັງຄົມ
      ກົມການບິນ ຫວຽດນາມ ຫາກໍ່ມີເອກະສານກ່ຽວກັບການຈຳກັດບັນດາຖ້ຽວບິນພາຍໃນປະເທດໂດຍສານແຂກໄປ, ມາຜ່ານບັນດາທ່າອາກາດສະຍານທີ່ຂຶ້ນກັບບັນດາແຂວງ, ນະຄອນທາງພາກໃຕ້ ທີ່ປະຕິບັດການແຍກຫ່າງໃນສັງຄົມ. ໂດຍເລີ່ມແຕ່ 00ໂມງ00ນາທີ ໃນວັນທີ 19 ກໍລະກົດ 2021 ຮອດວັນທີ 1 ສິງຫາ 2021 (ໃນໄລຍະ 14 ວັນ). ເຖິງຢ່າງໃດກໍຕາມ, ບັນດາຖ້ຽວບິນຂົນສົ່ງສິນຄ້າແມ່ນຍັງສືບຕໍ່ຮັກສາເປັນປົກກະຕິ.
            ກົມການບິນ ຫວຽດນາມ ກໍ່ມີເອກະສານຮຽກຮ້ອງໃຫ້ບັນດາບໍລິສັດການບິນ, ທ່າອາກາດສະຍານສ້າງເງື່ອນໄຂໂດຍສານປະຊາຊົນແຕ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ກັບເມືອທ້ອງຖິ່ນ. ແບບວິທີການຈັດຖ້ຽວບິນຕ້ອງໄດ້ຮັບການເຫັນດີຂອງບັນດາທ້ອງຖິ່ນທີ່ຈະຮອງຮັບ ລວມມີຈຳນວນ, ວິວັດການເດີນທາງ ຈາກທ່າອາກາດສະຍານ ໄປຍັງສະຖານທີ່ຮອງຮັບ, ແບບວິທີການຕິດຕາມກວດກາຕາມວິວັດການເດີນທາງ...ຜູ້ໂດຍສານໝົດທຸກຄົນຕ້ອງຮັບປະກັນວ່າ ມີໃບຢັ້ງຢຶນຜົນກວດວິໄຈຫາເຊື້ອໄວຣັດ SARS-Cov-2 ເປັນລົບ ຕາມວິທີກວດວິໄຈ RT-PCR ພາຍໃນໄລຍະເວລາ 3 ວັນ ຫຼື ວິໄຈໄວມີຜົນເປັນລົບກັບເຊື້ອໄວຣັດSARS-Cov-2.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top